ທ້າວ ໄຊຍະເວດ ອາຍຸ 48 ປີ ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບເອົາ ທ້າວ ໝູໄຊ ຫຼື ໜູ ອາຍຸ 38 ປີ ຄົນບ້ານດຽວກັນມາ ເຮັດວຽກ ຍ້ອນຄວາມອີ່ດູຕົນເນື່ອງຈາກພໍ່ຜູ້ກ່ຽວໄດ້ເສຍຊີວິດ ແລະ ຜູ້ກ່ຽວກໍ ເປັນຄົນດຸໝັ່ນໃນການເຮັດວຽກ ຈຶ່ງໄດ້ຮັບມາເປັນຄົນສວນ ໂດຍອາໄສຢູ່ເຮືອນ, ແຕ່ຄາດບໍ່ເຖິງບໍ່ຕ່າງຫຍັງກັບການຮັບເອົາໂຈນມາຢູ່ເຮືອນເພາະເຄື່ອງໃນສາງຖືກລັກ ແລະ ໃນທີ່ສຸດກໍຈັບໄດ້.

ທ້າວ ໄຊຍະເວດ ໃຫ້ຮູ້ວ່າ: ໃນໄລຍະເດືອນມີນາ 2020, ໄດ້ຮັບເອົາທ້າວ ໜູໄຊ ມາເປັນກໍາມະກອນປູກຕົ້ນໄມ້ ພ້ອມທັງໃຫ້ເງິນເດືອນ 1.300.000 ກີບຕໍ່ເດືອນ, ດ້ວຍຄວາມດຸໝັ້ນຂອງຜູ້ກ່ຽວບວກກັບຄວາມອີ່ຕົນ ຈຶ່ງຮັບເອົາ ທ້າວ ໜູໄຊ ມາເປັນຄົນສວນ, ຕັດຫຍ້າ, ລ້າງລົດ ແລະ ເຮັດຄວາມສະອາດພາຍໃນເຮືອນໂດຍອາໄສນອນຢູ່ທີ່ບ່ອນເຮັດວຽກ (ເຮືອນ) ນັ້ນເລີຍ, ຕົກມາໃນເດືອນ ມິຖຸນາ ຫາ ເດືອນກໍລະກົດ ເຄື່ອງທີ່ເກັບມ້ຽນໃນສາງເປັນຕົ້ນແມ່ນໄດດູດນໍ້າ, ປໍ້າດູດ ນໍ້າ, ຖັງແກັດ, ເຕົາແກັດ, ຊິງ, ປໍ້າໄຮໂດຼ ດິກ, ບັ້ງອົກຊີ ແລະ ເຄື່ອງອື່ນໆຈໍານວນຫຼາຍ ຖືກລັກໄປຈົນໝົດ. ຕົນຈຶ່ງສົງໄສວ່າ: ມີຄົນລັກ ແລະ ຜູ້ລັກໄປອາດແມ່ນ ທ້າວ ໜູໄຊ ຈຶ່ງໄດ້ມີການຕິດຕາມ ແລະ ແຈ້ງຕໍ່ອໍານາດການປົກຄອງບ້ານ; ໃນທີ່ສຸດ ກໍຈັບໄດ້ ພ້ອມສົ່ງຕົວຜູ້ກ່ຽວໃຫ້ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ດໍາເນີນຄະດີ.

ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດຖາ ຍັງໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນ ທ້າວ ໝູໄຊ ສາລະພາບວ່າ: ໄດ້ເລີ່ມເສບຢາບ້າມາແຕ່ປີ 2006 ຜ່ານມາ ຈົນເຖິງປັດ ຈຸບັນ ແລະ ໃນປີ 2018 ຜູ້ກ່ຽວຍັງຖືກເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ດໍາເນີນຄະດີໃນຂໍ້ຫາລັກຊັບພົນລະເມືອງ (ລົດຈັກ) ຖືກສານຕັດອິດສະລະພາບ 2 ປີ ກັບ 6 ເດືອນ ແລະ ພາຍຫຼັງທີ່ປະຕິບັດໂທດສໍາເລັດແລ້ວ ໄດ້ຮັບການປ່ອຍຕົວອອກມາ ແລະ ຜູ້ກ່ຽວກໍໄດ້ມາອາໄສຢູ່ເຮືອນບ້ານໂພນພະເນົາ ພ້ອມທັງສືບຕໍ່ເສບຢາບ້າອີກ; ເດືອນມີນາ 2021, ໄດ້ໄປເປັນຄົນສວນຢູ່ເຮືອນຂອງ ທ້າວ ໄຊຍະເວດ ໂດຍອາໄສນອນຢູ່ນັ້ນເລີຍ, ສ່ວນໃນການເຮັດວຽກນັ້ນຜູ້ກ່ຽວຍັງໄດ້ທຽວໄປຂໍເງິນນຳ ທ້າວ ໄຊຍະເວດ.

ຕົກມາຮອດເດືອນມິຖຸນາ ຫາ ເດືອນກໍລະກົດ, ຈຶ່ງໄດ້ມີແນວຄິດບໍ່ດີ ເພາະບໍ່ມີເງິນຊື້ຢາບ້າມາເສບ ຈຶ່ງໄດ້ລົງມືລັກເຄື່ອງຂອງທີ່ມີຄ່າຢູ່ບ່ອນທີ່ຜູ້ກ່ຽວນອນຢູ່ນັ້ນຈໍານວນຫຼາຍຄັ້ງ ໂດຍ ການລັກປໍ້າໄຮໂດຼລິກ ຈໍານວນ 12 ເຄື່ອງ ແລ້ວນໍາໄປຂາຍໃຫ້ຜູ້ຮັບຊື້ເຫຼັກເສດໄດ້ເງິນ 500.000 ກີບ, ລັກເອົາສາຍໄຟຟ້າ 2 ໂຄ້ງ ແລະ ສາຍກາບໄຟຟ້າ 2 ສາຍ ຍາວປະມານ 20 ແມັດ ຂາຍໄດ້ເງິນ 260.000 ກີບ, ລັກໄດດູດນໍ້າ 1 ເຄື່ອງຂາຍໄດ້ 100. 000 ກີບ, ລັກເອົາຖັງແກັດ 4 ຄັ້ງ ຖັງ 15 ລິດ ແລະ 45 ລິດ ໄປປະໄວ້ແຄມທົ່ງນາກຽມຂາຍ, ລັກເອົາຊິງຊັ່ງນໍ້າໜັກ 100 ກິໂລກຼາມ ແລະ ເຄື່ອງອື່ນໆ.

ຮອດເວລາ 21:00 ຂອງວັນທີ 15 ສິງຫາ 2021, ຜູ້ກ່ຽວໄດ້ໄປຊື້ຢາບ້ານໍາຜູ້ຊາຍບໍ່ຮູ້ຊື່ຢູ່ຮ້ານເກມເຂດບ້ານທາດຫຼວງເໜືອ ຈໍານວນ 22 ເມັດ ແລະ ເມື່ອໄດ້ຢາບ້າແລ້ວກໍນໍາໄປເສບ ຈໍານວນ 2 ເມັດ ຍັງເຫຼືອ 20 ເມັດ ຈຶ່ງນໍາໄປຊຸກເຊື່ອງໄວ້ເສບໃນຄັ້ງຕໍ່ໄປ. ມື້ຕໍ່ມາ, ເວລາ ປະມານ 16:00 ໂມງ ຜູ້ກ່ຽວຈຶ່ງຖືກເຈົ້າ ໜ້າທີ່ຈັບຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ສໍາລັບເຄື່ອງຂອງກາງທີ່ຜູ້ກ່ຽວລັກໄປໄດ້ນັ້ນ, ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດ ຖາ ສາມາດເກັບກູ້ຄືນໄດ້ມີຖັງແກັດ, ເຕົາແກັດ, ຊິງສັ່ງນໍ້າໜັກ, ພັດລົມ, ສາຍໄຟ ແລະອື່ນໆ ອີກຈໍານວນໜຶ່ງ.