ໃນວັນທີ 13 ກັນຍາ 2021, ຢູ່ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ, ຄະນະສະເພາະກິດເພື່ອປ້ອງກັນ, ສະກັດກັ້ນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງເຊກອງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັນການຕອບໂຕ້, ການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງທ່າແຕງ ຫຼັງຈາກທີ່ກວດພົບມີຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ 1 ກໍລະນີ ຢູ່ເມືອງທ່າແຕງ, ໂດຍການເປັນປະທານຂອງທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງ, ປະທານພະນະສະເພາະກິດຂັ້ນແຂວງ, ມີຄະນະສະເພາະກິດຂັ້ນແຂວງ ແລະເມືອງທ່າແຕງ, ເມືອງລະມາມ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ກໍລະກັນ ບຸດສະບາ ຫົວໜ້າຫ້ອງການສາທາລະນະສຸກ ເມືອງທ່າແຕງ, ຄະນະກຳມະການສະເພາະກິດຂັ້ນເມືອງ ໄດ້ລາຍງານຂໍ້ມູນ (ທາມລາຍ) ຂອງຜູ້ຕິດເຊື້ອໂຄວິດ-19 ຢູ່ເມືອງທ່າແຕງ, ເຊິ່ງທ່ານໃຫ້ຮູ້ວ່າ: ກ່ຽວກັບຜູ້ຕິດເຊື້ອໃນຊຸມຊົນ 1 ກໍລະນີ ຢູ່ເມືອງທ່າແຕງ ເປັນເພດຊາຍ ອາຍຸ 2 ປີ 8 ເດືອນ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ທີ່ເປັນພະນັກງານ ມາແຕ່ແຂວງສາລະວັນ; ເຊິ່ງເປັນອ້າຍຂອງແມ່ (ລຸງ) ມາຮັບເອົາຫຼານ (ຜູ້ຕິດເຊື້ອ) ພ້ອມກັບພໍ່ ແລະ ແມ່ ໃນວັນທີ 5 ກັນຍາ 2021, ໄປບ້ານເກີດ ຢູ່ບ້ານແດນສະຫວ່າງ ເມືອງປາກຊ່ອງ ແຂວງຈໍາປາສັກ. ມາຮອດວັນທີ 12 ກັນຍາ 2021, ໄດ້ເກັບຕົວຢ່າງ ພໍ່, ແມ່ ແລະລູກ ສົ່ງກວດຢູ່ຫ້ອງວິເຄາະໂຮງຫໝໍແຂວງເຊກອງ, ເວລາ 17:00 ໂມງ ຂອງວັນດຽວກັນ ໄດ້ຮັບຜົນກວດຂອງລູກຊາຍ ອອກມາແມ່ນຕິດເຊື້ອ (ເປັນບວກ), ແຕ່ຜົນກວດຂອງແມ່ຜູ້ຕິດເຊື້ອເປັນລົບ, ພ້ອມທັງນໍາເອົາແມ່ ແລະ ລູກເຂົ້າສູນປິ່ນປົວຢູ່ໂຮງໝໍແຂວງເຊກອງຢ່າງຮີບດ່ວນ.

ນອກນັ້ນ, ບັນດາຄະນະສະເພາະກິດທີ່ໄດ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນປຶກສາຫາລື ເພື່ອວາງແຜນປ້ອງກັນ, ຄວບຄຸມ , ການກຳນົດເຂດທີ່ມີຄວາມສ່ຽງ ເພື່ອເຝົ້າລະວັງຊອກຄົ້ນຫາຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃນຊຸມຊົນ ທັງນີ້ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ.

ໂອກາດນີ້, ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ ໄດ້ຮຽກຮ້ອງໃຫ້ຄະນະສະເພາະກິດທຸກຂັ້ນ ກໍຄືພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຮີບຮ້ອນກຳນົດເຂດບ້ານແດງ, ບ້ານສີເຫຼືອງ ເພື່ອໃຫ້ເຈົ້າເມືອງອອກນິຕິກຳ, ລົງກວດກາລາຄາສິນຄ້າ, ກຳນົດບ່ອນຈຳຫນ່າຍສິນຄ້າບໍລິ ໂພກ, ປິດການຮຽນ ແລະຫລິ້ນກິລາທຸກປະເພດຢູ່ຂອບເຂດທີ່ກຳນົດເປັນເຂດບ້ານແດງ ແລະເຂດບ້ານສີເຫຼືອງ ເປັນເວລາ 7 ວັນ, ສືບຕໍ່ສັກວັກແຊັງໃຫ້ກຸ່ມເປົ້າໝາຍ, ສືບຕໍ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີໂດຍໄວ, ສືບຕໍ່ຊອກຄົ້ນຫາຜູ້ໃກ້ຊິດສໍາຜັດໃນຊຸມຊົນ ພ້ອມທັງເລັ່ງເກັບຕົວ ຢ່າງ ເພື່ອສົ່ງກວດໃຫ້ທັນການ, ທັງນີ້ ເພື່ອຫຼຸດຜ່ອນຄວາມສ່ຽງ, ຜົນກະທົບໃນຄອບຄົວ ແລະສັງຄົມ ເພື່ອປ້ອງກັນ, ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງເຊກອງພວກເຮົາ ບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ.


ຂ່າວ: ພຸດທະສອນ