ສປປ ລາວ ມີຊາຍແດນຕິດຈອດ ກັບຫຼາຍປະເທດ, ເຊິ່ງເປັນເງື່ອນໄຂ ທາງຜ່ານໃນການລັກລອບ, ຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດ, ຍ້ອນສະພາບດັ່ງກ່າວບັນຫາຢາເສບຕິດ ຈຶ່ງໄດ້ແພ່ລະບາດເປັນວົງກວ້າງ ແຕ່ຕົວເມືອງໄປສູ່ຊົນນະບົດ ໃນຫຼາຍລະດັບທີ່ແຕກຕ່າງກັນ. ດ້ວຍເຫດນີ້ເອງ, ຈຶ່ງໄດ້ມີວາລະແຫ່ງ ຊາດ ວ່າດ້ວຍຢາເສບຕິດ ແນໃສ່ເພື່ອສະກັດກັ້ນ ແລະ ຢາບັນຫາ ຢາເສບຕິດໃຫ້ຫຼຸດລົງ.

ສະພາບຢາເສບຕິດ ຢູ່ ສປປ ລາວ ໄດ້ກາຍເປັນສາເຫດທີ່ພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ, ຈໍານວນຢາເສບຕິດ, ຜູ້ຖືກຫາ, ນັກໂທດ ແລະ ຈໍານວນຢາເສບຕິດ ແຕ່ລະປະເພດໄດ້ເພີ່ມຂຶ້ນຢ່າງໜ້າເປັນຫ່ວງໃນແຕ່ລະປີ ແລະ ບັນດາເລ່ຫຼ່ຽມການເຄື່ອນໄຫວຂົນສົ່ງ, ຄ້າຂາຍ, ຜະລິດຢາເສບຕິດ ມີລັກສະນະເລີກແລບແນບນຽນດ້ວຍຫຼາຍວິທີການ-ຮູບການທີ່ມີລັກສະນະຊັບຊ້ອນ, ການຈັດຕັ້ງເຄື່ອນໄຫວມີລັກສະນະເປັນກຸ່ມເຄືອຂ່າຍແໜ້ນໜາເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ ມີການນໍາໃຊ້ພາຫະນະ, ອຸປະກອນທີ່ທັນສະໄໝ ແລະ ອາວຸດກຽມພ້ອມຕອບໂຕ້ເຈົ້າໜ້າທີ່. ນອກນີ້, ຢາເສບຕິດເຂົ້າເຖິງທຸກເພດ-ໄວ ທຸກຊັ້ນຄົນໃນທົ່ວສັງຄົມ ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າ-ຊາວຂາຍ, ກໍາມະກອນ, ຄົນວ່າງງານ. ຕະຫຼອດຮອດພະນັກງານ, ລັດຖະກອນຈໍານວນໜຶ່ງ; ຕາມຂໍ້ມູນເບື້ອງຕົ້ນປັດຈຸ ບັນ, ຍັງມີຜູ້ເສບຢາເສບຕິດຢູ່ປະເທດເຮົາສະເລ່ຍ 0,94% ຂອງພົນລະເມືອງທັງໝົດ. ນອກນັ້ນ, ຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຊີວິດຂອງຊາວໜຸ່ມຮຸ່ນສືບທອດ; ເຊິ່ງເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ທາງສັງຄົມ, ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ, ວັດທະນະທໍາສັງຄົມ ແລະອື່ນໆ.

ພົທ ວິໄລ ຫຼ້າຄໍາຟ້ອງ ລັດຖະມົນຕີ ກະຊວງ ປກສ ສະເໜີວາລະດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາ ເສບຕິດແມ່ນການສຸມທຸກກໍາລັງແຮງ ສັງລວມເຂົ້າໃສ່ການແກ້ໄຂບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງໃນກໍານົດເວລາທີ່ແນ່ ນອນ ໂດຍຖືເອົາກາແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ. ໃນວາລະດັ່ງກ່າວຕ້ອງສຸມໃສ່ 3 ຫຼັກການຕົ້ນຕໍ ຄື: ຄວາມເດັດຂາດຕ້ອງຕັດສິນໃຈໃຫ້ສູງສຸດເບື້ອງພັກ-ເບື້ອງລັດບົນພື້ນຖານຄວາມເຂົ້າໃຈຕໍ່ຄວາມຮຸນ ແຮງຂອງບັນຫາ ແລະ ຄວາມຈໍາເປັນຕ້ອງໃຊ້ມາດຕະການເດັດຂາດໃນການແກ້ໄຂບັນຫາລົງໂທດໃຫ້ຖືກເປົ້າໜາຍກະທໍາຜິດ, ຖືກຕາມສະຖານຄວາມຜິດໜັກ-ເບົາ; ຄວາມໂປ່ງໄສ ປະຊາຊົນ ສາມາດມີສ່ວນຮ່ວມຈັດຕັ້ງປະຕິບັດ ແລະ ສາມາດຕິດຕາມກວດກາຄວາມຄືບໜ້າຕ່າງໆໄດ້ທັງເປັນເຄື່ອງມືໃນການສ້າງຄວາມເຊື່ອໝັ້ນ ແລະ ເຫຼື້ອມໃສສັດທາຈາກພາຍໃນ ແລະ ສາກົນຕໍ່ລັດຖະບານໃນຄວາມຕັ້ງໃຈທີ່ຈະແກ້ໄຂບັນຫາຂອງຕົນເອງ ແລະ ຈະມີແຮງຈູງໃຈໃຫ້ການສະໜັບສະໜູນລັດຖະບານ ແລະ ຄວາມເປັນມືອາຊີບການແກ້ໄຂຢາເສບຕິດຈໍາເປັນຕ້ອງໃຊ້ຄວາມຮູ້-ຄວາມຊໍານານທາງດ້ານວິຊາການ ແລະ ວິຊາສະເພາະລະດັບທີ່ແນ່ ນອນ ບໍ່ອາດເຮັດຕາມລໍາພັງໃຈ ຫຼື ຄວາມຮູ້ສຶກອັດຕະວິໄສຂອງຜູ້ໃດຜູ້ໜຶ່ງໄດ້; ການແກ້ໄຂບັນຫາຈໍາຕ້ອງໄດ້ນຳໃຊ້ຄວາມຊ່ຽວຊານສະເພາະເຂົ້າມາຊ່ວຍວິເຄາະ, ສັງເຄາະການວາງແຜນ ແລະ ໃຫ້ຄໍາແນະນໍາແກ່ລັດຖະບານຜູ້ມີອໍານາດຕັດສິນໃຈການແກ້ໄຂບັນຫາທັງໝົດນັ້ນຕ້ອງ ເປັນໄປຕາມຫຼັກວິຊາການບົນພື້ນຖານຄວາມເຂົ້າໃຈຢ່າງເລິກເຊິ່ງກົກຮາກທີ່ແທ້ຈິງຂອງບັນ ຫາ. ຕະຫຼອດຮອດວັດທະນາທໍາການປະພຶດຂອງກົນໄກການບໍລິຫານທີ່ເກີດຂຶ້ນຢູ່ປະເທດເຮົາໃນໄລຍະທີ່ຜ່ານມາ ແລະ ປັດຈຸບັນເພື່ອສາມາດວິເຄາະໃຫ້ໄດ້ເຖິງແກ່ນແທ້ຂອງບັນຫາ ແລ້ວຫາວິທີແກ້ໄຂທີ່ຍືນຍົງ ເພື່ອຮັບມືກັບປັດຈຸບັນ ແລະ ອະນາຄົດ.

ການແກ້ໄຂໃນໄລຍະທີ່ຜ່ານມາ, ພັກ, ລັດຖະບານ ແລະ ອໍານາດການປົກຄອງທ້ອງຖິ່ນໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດທີ່ເປັນງານໜຶ່ງທີ່ສໍາຄັນ ໂດຍສົມທົບກັບຫຼາຍມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ ເຊັ່ນ: ມາດຕະການທາງເສດຖະກິດ, ວັດທະນະທໍາ-ສັງຄົມ, ກົດໝາຍ ແລະ ວິຊາສະເພາະຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະຄໍາສັງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 22/ຄລ ສພ ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ຕ້ານຢາເສບຕິດ, ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 27/ນຍ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ແລະ ຄໍາສັ່ງເລກທີ 36/ນຍ ວ່າ ດ້ວຍເພີ່ມທະວີການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ການປູກຝິ່ນ-ປູກຄັນຊາ ແລະອື່ນໆ.

ເຖິງແນວໃດກໍຕາມ, ໃນໄລຍະຜ່ານມາ ເຖິງວ່າຈະສຸມໃສ່ແກ້ໄຂບັນຫາຢາເສບຕິດກໍຕາມ ແຕ່ກໍຍັງມີບາງດ້ານທີ່ຍັງຄົງຄ້າງ ແລະ ຈະຕ້ອງຮີບແກ້ໄຂ ເຊັ່ນ: ຄວາມຮູ້ ແລະ ຄວາມເຂົ້າໃຈຂອງປະຊາຊົນ ແລະ ອໍານາດການປົກຄອງແຕ່ລະຂັ້ນຍັງບໍ່ເລິກເຊິ່ງ ໂດຍສະເພາະການທີ່ມີສ່ວນຮ່ວມຍັງບໍ່ທັນສູງ, ລະບຽບກົດໝາຍ ແລະ ນິີຕິກໍາທີ່ກ່ຽວຂ້ອງຍັງບໍ່ທັນຄົບຊຸດ, ຍັງມີຊ່ອງວ່າງ, ບໍ່ທັນເຮັດເປັນກຸມ ແລະ ບໍ່ທັນສອດຄ່ອງກັບສະພາບຕົວຈິງ ຕະຫຼອດຮອດການນໍາໃຊ້ມາດຕະການຕ່າງໆຍັງບໍ່ມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ, ກົດຈັກການ ຈັດ ຕັ້ງປັກປ້ອງກົດໝາຍຍັງບໍ່ທັນເປັນລະບົບທີ່ເຂັ້ມແຂງ.