ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ ໃຫ້ສຳພາດໃນວັນທີ 13 ກັນຍາ ນີ້ວ່າ: ເພື່ອເລັ່ງຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກລົມພາຍຸໂກນເຊິນ ທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍນັ້ນ ໄດ້ມີການແຕ່ງຕັ້ງ​ຄະນະກຳມະການຕ່າງໆ ເປັນຕົ້ນແບ່ງຈຸລົງຕິດ ຕາມ, ​ກວດກາ​, ເກັບກຳຂໍ້ມູນບ້ານທີ່ໄດ້ຮັບຜົນກະທົບເສຍຫາຍຢ່າງລະອຽດ ແລະ ສິ່ງສຳຄັນ ສຸມໃສ່ຊ່ວຍເຫຼືອໃນເບື້ອງຕົ້ນ ຄື: ທີ່ຢູ່ອາໄສຊົ່ວຄາວ, ອາຫານການກິນ, ຢາປົວພະຍາດ ແລະ ດ້ານສຸຂະອະນາໄມ ເພື່ອແກ້ໄຂໃຫ້ທັນການ.

ຜົນກະທົບຈາກລົມພາຍຸໂກນເຊິນ ໃນຄັ້ງນີ້, ເມືອງສາລະວັນ ໄດ້ປະສານສົບທົບ ແລະ ແຕ່ງຕັ້ງ ກຳລັງປ້ອງກັນຊາດ-ປ້ອງກັນ​ຄວາມສະຫງົບ ເຂົ້າຊ່ວຍເຫຼືອເກັບມ້ຽນສິ່ງຂອງຕ່າງໆ​ ແລະ ສ້ອມ ແປງເຮືອນຊານ​ຂອງປະຊາຊົນທີ່ເປ່ເພເລັກນ້ອຍ; ເຊິ່ງໄດ້ເລີ່ມສ້າງທີ່ພັກຊົ່ວຄາວໃຫ້ພໍ່-ແມ່ປະຊາ ຊົນຢູ່ອາໄສຢູ່ຊົ່ວຄາວ,​ ເອົາໃຈໃສ່ປຸກລະດົມທັງພາກລັດ ແລະ ເອກະຊົນ, ຜູ້ປະກອບການ ແລະບຸກຄົນ ປະກອບສ່ວນຊ່ວຍເຫຼືອວັດຖຸ, ປັດໄຈ, ເຄື່ອງອຸໂພກ-ບໍລິໂພກ​ ຕາມກຳລັງແຮງ ແລະ ເງື່ອນໄຂ. ພ້ອມນັ້ນ, ທາງການຂອງເມືອງສາລະວັນ ຍັງໄດ້ລົງກວດກາ ແລະ ໃຫ້ກຳລັງໃຈຜູ້ທີ່ໄດ້ຜົນກະທົບ, ແລະ ໃຫ້ການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນແລ້ວ.

​ສໍາລັບເຮືອນທີ່ເປ່ເພເສຍຫາຍຫຼາຍແມ່ນຈະສ້າງທີ່ພັກພາອາໄສ, ສ້ອມແປງຄືນໃຫ້ເຂົາເຈົ້າໄດ້ກັບມາຢູ່ຢ່າງຖາວອນ ແລະ ສືບຕໍ່ສະໜອງເຄື່ອງບໍລິໂພກ ແລະ ອຸປະໂພກ ເພື່ອເຮັດໃຫ້ເຂົ້າເຈົ້າໄດ້ດຳລົງຊີວີດໄດ້ຢ່າງເປັນປົກກະຕິ.​

ເຫດການລົມພາຍຸໂກນເຊິນ ຄັ້ງນີ້, ເມືອງສາລະວັນ ໄດ້ຮັບຜົນກະທົບທັງໜົດ 4 ບ້ານ, ມີ 141 ຫຼັງຄາເຮືອນ ເຊິ່ງປະກອບມີ: ບ້ານໂພນໄຜ່ 90 ຫຼັງຄາເຮືອນ, ເສຍຫາຍໜັກ 25 ຫຼັງ, ບ້ານກ້ວຍ 43 ຫຼັງ, ເສຍຫາຍໜັກ 5 ຫຼັງ, ບ້ານແບ່ງອຸດົມ 6 ຫຼັງ, ເສຍຫາຍໜັກ 1 ຫຼັງ ແລະ ບ້ານທາດຫ້ວຍ 2 ຫຼັງຄາເຮືອນ.​ ໃນນັ້ນ, ໄດ້ຖືເອົາບ້ານໂພນໃຜ່ ເປັນຈຸດໃຈກາງໃນການຕັ້ງສູນການຮັບບໍລິຈາກ ແລະ ຊ່ວຍເຫຼືອເປັນບູລິມະສິດພິເສດ, ເຊິ່ງເປັນບ້ານທີ່ຖືກຜົນກະທົບຫຼາຍກວ່າໜູ່.​ ສຳລັບ​ການຊ່ວຍເຫຼືອມາຮອດປະຈຸບັນ​ ໄດ້ມີຜູ້ປະກອບສ່ວນຊ່ວຍເຫຼືອທັງໝົດ 24 ພາກສ່ວນ, ມີປະເພດເຄື່ອງບໍລິໂພກ ແລະ ອຸປະໂພກ ມູນຄ່າຫຼາຍກວ່າ 100 ລ້ານກີບ ແລະ ເງິນສົດເກືອບ 30 ລ້ານກີບ.

ເຈົ້າເມືອງສາລະວັນ ຍັງໄດ້ສະແດງຄວາມຂອບໃຈຕໍ່ກັບອົງການຈັດຕັ້ງພັກ-ລັດ ແຂວງສາລະວັນ, ເມືອງຕ່າງໆ, ທຸກພາກສ່ວນຂອງສັງຄົມ ທີ່ໄດ້ນຳເອົາຈິດໃຈ, ວັດຖຸສິ່ງຂອງ, ປັດໄຈ ປະກອບສ່ວນຊ່ວຍເຫຼືອພໍ່-ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.​

ພາບ-ຂ່າວ: ທິດລານີ​ ໂຄດໂຍທາ