ກອງບັນຊາການ ປກສ ເມືອງດາກຈຶງ ແຂວງເຊກອງ ໄດ້ປະກາດການຈັດຕັ້ງຂັ້ນກອງບັນຊາການ, ພະແນກ, ປກສ ກຸ່ມ ໃນທ້າຍອາທິດຜ່ານມາ, ຢູ່ທີ່ສະໂມສອນໂຮງຮຽນ ມສ ເມືອງດາກຈຶງ; ເຂົ້າຮ່ວມມີ ພັທ ສົມສັກ ຂັດຕິຍະວົງ ຮອງກອງບັນຊາການ ປກສ ແຂວງເຊກອງ, ມີເຈົ້າເມືອງດາກຈຶງ, ມີຫົວໜ້າ-ຮອງ, ຄະນະກອງບັນຊາການ ປກສ ເມືອງ, ແຂກຮັບເຊີນ ເຂົ້າຮ່ວມ.

ພັທ ພອນວິຈິດ ກີບເກສອນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງເຊກອງ ຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງນາຍ ແລະ ພົນຕໍາຫຼວດທີ່ ຂຶ້ນກັບກອງບັນຊາການ ປກສ ແຂວງເຊ ກອງ; ໃນນີ້, ແຕ່ງຕັ້ງ ພັຕ ວົງໄຊ ໄໝ ຍະສອນ, ພັຕ ແສງເພັດ ສອນຄໍາເຢນ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ, ສອ ຖິອໍາໄພ ສະແຫວງໄຊ; ສອ ສອມ ສຸລິຍາ ເປັນຮອງໜ່ວຍງານກົດລັບ; ວທ ຈັນທະວີສຸກ ເພັດດາ ວົງ ເປັນຮອງຫົວໜ້າໜ່ວຍງານຈັດຕັ້ງນະໂຍບາຍ, ຮທ ນາງ ວວນດາລາ ແສງ ດາວົງ, ວທ ອິນໄຊ ສິນນະວົງ ເປັນຮອງ ຫົວໜ້າໜ່ວຍງານຄົ້ນຄວ້າສັງລວມ, ຮຕ ລີອາ ແກ້ວວົງເດືອນ; ສອ ດາສະຫວັນ ພົມມະວົງສາ ເປັນຮອງຫົວໜ້າໜ່ວຍງານຕ້ານນັກສືບ, ຮຕ ຄໍາພູໜ້ອຍ ວິລະຈຽງ ເປັນຮອງຫົວໜ້າໜ່ວຍງານຕ້ານປະຕິການ, ຮຕ ຈັນໄທ ໄຊຍະວົງ ເປັນຮອງຫົວໜ້າໜ່ວຍງານຄົ້ນຄວ້າສັງລວມ, ຮຕ ແສງສຸລິ ບຸດດາຍຽງ ເປັນຫົວໜ້າໜ່ວຍງານຄົ້ນຄວ້າສັງລວມ ປກສ ບໍລິການປະຊາຊົນກຸ່ມບ້ານດາກຈຶງ; ຮຕ ຕຸສະຫວັນ ສະວອນຄໍາ ເປັນຫົວໜ້າໜ່ວຍງານຄົ້ນຄວ້າສັງລວມ ປກສ ບໍລິການປະຊາຊົນກຸ່ມບ້ານນໍາ ແດ່, ຮຕ ນຸກມີໄຊ ສາຍກະສຽນ ເປັນຫົວໜ້າໜ່ວຍງານຄົ້ນຄວ້າສັງລວມ ປກສ ບໍລິການປະຊາຊົນ ກຸ່ມບ້ານອາ ຢູນ, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ໃນພິທີ ພັທ ສົມສັກ ຂັດຕິຍະວົງ ໄດ້ຊີ້ນໍາຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຄັ້ງນີ້, ເອົາໃຈໃສ່ສ້າງຄວາມສາມັກຄີ, ຄວາມ ເປັນເອກະພາບໃນການຄົງຕົວ ແລະ ການຂະຫຍາຍຕົວຂອງກົມກອງ, ຊ່ວຍ ເຫຼືອເຊິ່ງກັນແລະກັນໃນການພັດທະ ນາ ເພື່ອສະກັດກັ້ນ ແລະ ແກ້ໄຂບັນດາປະ ກົດການຫຍໍ້ທໍ້.

ຂ່າວຍັງໃຫ້ຮູ້ອີກວ່າ, ໃນພິທີດຽວ ກັນຍັງໄດ້ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບໃນນີ້, ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ 5 ສະຫາຍ, ໂດຍການປະດັບ ຊັ້ນຂອງ ພັທ ສົມສັກ ຂັດຕິຍະວົງ ຮອງ ຫົວໜ້າກອງບັນຊາການ ປກສ ແຂວງເຊ ກອງ.