ຕະຫຼອດໄລຍະເກືອບ 1 ປີ, ສານປະຊາຊົນໃນຂອບເຂດທົ່ວປະເທດໄດ້ຕັດສິນຄະດີຢາເສບຕິດເປັນຈຳນວນຫຼວງຫຼາຍ; ບາງກໍລະນີກໍຖືກຕັດສິນປະຫານຊີວິດ ຫຼື ຈຳຄຸກຕະຫຼອດຊີວິດ. ແຕ່ກຸ່ມ ທີ່ພົວພັນກັບຢາເສບຕິດກໍບໍ່ຢ້ານກົວຕໍ່ກົດໝາຍແຕ່ຢ່າງໃດ ຍັງມີການເຄື່ອນໄຫວຕໍ່ເນື່ອງ. ດັ່ງກໍ ລະນີ 3 ຈຳເລີຍ ໃນຂໍ້ຫາມີຢາເສບຕິດໄວ້ໃນຄອບ, ເຊິ່ງຖືກສານປະຊາຊົນແຂວງອຸດົມໄຊຕັດ ສິນ ໃນ ວັນທີ 8 ກັນຍາ 2021.

ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຖະແຫຼງເນື້ອໃນຄະດີ ສະບັບເລກທີ97/ອຍກຂ.ອຊ ລົງວັນທີ 26 ສິງຫາ 2021, ຕໍ່ຄະນະສານອາຍາແຂວງ ໂດຍມີ ຈຳເລີຍຊື່: ທ້າວ ຊຽງພັນ ( ຈຳເລີຍ ) ອາຍຸ 40 ປີ, ປະຊາຊົນ ຢູ່ບ້ານ ນ້ໍາປໍ ເມືອງແບງ ແຂວງອຸດົມໄຊ, ຖືກກັກຕົວ ໃນວັນທີ 1 ມັງກອນ 2021, ໃນຂ້ໍຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບ ຄອງ, ຈຳນວນ 3 ຖົງ ມີ 609 ເມັດ, ນ້ຳໜັກ 57,4 ກຼາມ, ຄະນະສານອາຍາໄດ້ພິຈາລະນາກ່ຽວກັບຂໍ້ມູນຫຼັກຖານຢ່າງລະອຽດພາວະວິໄສ ແລ້ວເຫັນວ່າມີຄວາມຜິດຕາມຂໍ້ກ່າວຫາແທ້. ດັ່ງນັ້ນ, ຄະນະສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຈຶ່ງຕັດສິນລົງໂທດ ທ້າວ ຊຽງພັນ (ຈຳເລີຍ) ຈຳຄຸກ 6 ປີ ແລະ ປັບໃໝ 12.000.000 ກີບ, ຮີບຢາບ້າ ຈໍານວນ 3 ຖົງ ມີ 609 ເມັດ, ນ້ຳໜັກ 57,4 ກຼາມ ມາທໍາລາຍຖິ້ມ, ຮີບລົດຈັກຢີ່ຫໍ່ ໂກຕ້າ (KOTA) ສີຂາວ ຂອງຈໍາເລີຍທີ່ໄດ້ຈາກການກະທຳຜິດມາເປັນຂອງລັດ.

ເລື່ອງທີສອງ ຈຳເລີຍຊື່: ທ້າວ ກົວເຮີ ອາຍຸ 34 ປີ, ປະຊາຊົນຢູ່ບ້ານຄົກແອກ, ເມືອງຫົງສາ, ແຂວງໄຊຍະບູລີ, ຖືກກັກຕົວໃນວັນທີ 11 ມີນາ 2021, ໃນຂ້ໍຫາມີການເຄື່ອນໄຫວຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈໍານວນ 4 ມັດ, ເທົ່າກັບ 8.000 ເມັດ, ນ້ໍາໜັກ 780,1 ກຼາມ, ສານໄດ້ພິຈາລະນາລົງໂທດໂດຍຕັດອິດສາລະ ພາບ ທ້າວ ກົວເຮີ (ຈຳເລີຍ) ຈໍາຄຸກຕະ ຫຼອດຊີວິດ ແລະ ປັບໃໝ 500.000.000 ກີບ, ຮິບຢາບ້າ 8.000 ເມັດ, ນ້ໍາໜັກ 780,1 ກຼາມ ມາທຳລາຍຖິ້ມ, ສົ່ງລົດຈັກຢີ່ຫໍ້ຮອນດ້າເວັບສີຟ້າ ທະບຽນ ກຳແພງນະຄອນ ດຮ 8090 ຄືນໃຫ້ແກ່ ທ້າວ ດໍາເຮີ (ອ້າຍ ຂອງຈໍາເລີຍ).

ສ່ວນອີກໜຶ່ງຈຳເລີຍ ແມ່ນທ້າວ ຂຽມ ອາຍຸ 24 ປີ, ປະຊາຊົນຢູ່ບ້ານນ້ຳແຫງໃຕ້ ເມືອງໄຊ, ແຂວງອຸດົມໄຊ, ຖືກກັກຕົວ ວັນທີ 1 ພຶດສະພາ 2021 ຂໍ້ຫາເຄື່ອນໄຫວຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 295 ເມັດ, ນ້ຳໜັກ 29,7 ກຼາມ, ສານໄດ້ພິຈາລະນາລົງໂທດ ຕັດອິດສະລະພາບ ຈໍາຄຸກ 5 ປີ, ປັບໃໝ 10.000.000 ກີບ ແລະ ຮີບຢາບ້າຈໍານວນດັ່ງ ກ່າວຂອງຈໍາເລີຍ ມາທໍາລາຍຖິ້ມ, ສົ່ງລົດຈັກຢີ່ ຫໍ້ຈົງເຊີນ (ZONGSHEN) ສີຟ້າດໍາ ບໍ່ມີໝາຍ ເລກທະບຽນຄືນໃຫ້ແກ່ ທ້າວ ສີພອນ (ພໍ່ຂອງຈໍາເລີຍ).