ບັນຫາຢາເສບຕິດທີ່ກຳລັງແຜ່ລະບາດຢູ່ໃນສັງຄົມໃນປັດຈຸບັນໄດ້ກາຍເປັນສາເຫດຂອງເຫດ ການຄວາມຮຸນແຮງຕ່າງໆນາໆນັບແຕ່ຂັ້ນລົງມື ລັກວັດຖຸສິ່ງຂອງ ຈົນເຖິງຂັ້ນກໍ່ເຫດຄາດຕະກຳ, ເຊິ່ງຫຼາຍຄົນກໍຮູ້ດີແລ້ວວ່າ ຢາເສບຕິດບໍ່ໄດ້ໃຫ້ປະ ໂຫຍດຫຍັງ ແລະ ຍັງເຮັດໃຫ້ເສຍສຸຂະພາບ, ທຳ ລາຍຄວາມສະຫງົບສຸກຂອງສັງຄົມ, ຄອບຄົວ ແຕກແຍກຖືກສັງຄົມປະນາມໜ້າວ່າ ຂີ້ຢາ, ກາຍເປັນຂີ້ເຫຍື້ອຂອງສັງຄົມ, ແຕ່ກໍຍັງມີຫຼາຍຄົນຫຼົງ ມົວເມົາກັບສິ່ງເສບຕິດຈົນເຖິງຂັ້ນຕິດແຮງນຳພາ ໄປສູ່ການເກີດເຫດທີ່ບໍ່ຄາດຄິດ ໂດຍທັງເຈດຕະນາ ແລະ ບໍ່ເຈດຕະນາ. ດັ່ງກໍລະນີທີ່ພໍ່ແທ້ໆຕິດຢາເສບຕິດ ໃຊ້ລູກຊາຍໄປຂໍເຂົ້າກິນບໍ່ໄດ້ ຈຶ່ງວາງແຜນຄາດຕະກຳລູກຊາຍຂອງຕົນ ເອງ.

ເຊົ້າມື້ໜຶ່ງ, ພໍ່ທີ່ຕິດຢາເສບຕິດໄດ້ໃຊ້ລູກຊາຍໄປຂໍເຂົ້ານໍາພີ່ນ້ອງບໍ່ໄດ້ ຈຶ່ງເກີດຄວາມໂມໂຫໃຈຮ້າຍ ກ່ອນນໍາໃຊ້ພ້າພະຍາຍາມຄາດຕະກຳລູກຊາຍ ຈົນໄດ້ບາດເຈັບສາຫັດຢູ່ທີ່ບ້ານນ້ຳຮີ ເມືອງລອງ ແຂວງຫຼວງນ້ຳທາ, ເຊິ່ງຜູ້ລົງມືກໍ່ເຫດຊື່ ທ້າວ ພໍແຊະ ອາຍຸ 38 ປີ.

ພັຕ ແສງຄຳ ຜົ້ງສາລີ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງລອງ ໃຫ້ຮູ້ວ່າ: ພາຍຫຼັງທີ່ ໄດ້ຮັບແຈ້ງຄວາມຈາກ ປກສ ກຸ່ມຈົງກາ ໃນວັນທີ 26 ສິງຫາ 2021, ຈຶ່ງໄດ້ນໍາກໍາລັງວິຊາສະເພາະ ລົງກວດກາສະຖານທີ່ເກີດເຫດ ແລະ ພົບເຫັນ ທ້າວ ພໍແຊະ ຈຶ່ງໄດ້ນໍາຕົວໄປສອບສວນຜູ້ກ່ຽວ ໃຫ້ການຮັບສາລະພາບວ່າ: ໄລຍະ 2-3 ປີຜ່ານມາ, ຜູ້ກ່ຽວໄດ້ເສບຢາເສບຕິດ ປະເພດຢາຝິ່ນ ແລະ ຢາບ້າ. ມາຮອດ ປີ 2020, ຄອບຄົວເລີ່ມບໍ່ມີຄວາມສະຫງົບ ຈຶ່ງໄດ້ຢ່າຮ້າງກັນກັບເມຍສ່ວນລູກຊາຍໜຶ່ງຄົນອາຍຸປະມານ 12 ປີ ແມ່ນຢູ່ນຳຜູ້ກ່ຽວ. ກ່ອນເກີດເຫດ, ເວລາ 6:00 ໂມງເຊົ້າຂອງວັນດັ່ງກ່າວ ຫຼັງຈາກຕື່ນນອນຜູ້ກ່ຽວໄດ້ໃຊ້ໃຫ້ລູກຊາຍໄປຂໍເຂົ້າສານນຳພີ່ນ້ອງທີ່ຢູ່ເຂດໃກ້ຄຽງແຕ່ບໍ່ໄດ້; ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ໄປຂໍນຳ ທ້າວ ອາຢາ ແລະ ທ້າວ ອາຊະໂກະ ພ້ອມທັງຂໍ ຢາຝິ່ນ ເພື່ອມາສູບແຕ່ກໍຖືກປະຕິເສດ ຈຶ່ງໄດ້ກັບມາເຮືອນ ແລ້ວຈຶ່ງຄິດນ້ອຍໃຈ, ອຸກໃຈຍ້ອນ ຄວາມທຸກຈົນຫາທາງອອກບໍ່ໄດ້, ຍາດຕິພີ່ນ້ອງ, ໝູ່ເພື່ອນໃຜກໍບໍ່ໃຫ້ການຊ່ວຍເຫຼືອ, ບໍ່ຮັກແພງ; ຜູ້ກ່ຽວ ຈຶ່ງໄດ້ວາງແຜນເອີ້ນເອົາລູກຊາຍເຂົ້າມານອນຫຼັບ ແລ້ວໃຊ້ພ້າຟັນເຂົ້າບໍລິເວນຄໍ ແລະ ໃບໜ້າ ປະມານ 2-3 ບາດ ແລ້ວຈັບເອົາປືນແກັບແລ່ນເຂົ້າໄປໃນປ່າແຄມບ້ານ ຫວັງຈະໄປຂ້າຕົວຕາຍ ແຕ່ຜູ້ກ່ຽວບໍ່ກ້າຍິງ. ຈາກນັ້ນ, ຈຶ່ງໄດ້ກັບມາເຮືອນເຫັນຍາດພີ່ນ້ອງກຳລັງຊ່ວຍເອົາລູກຊາຍທີ່ຖືກບາດເຈັບໄປໂຮງໝໍ ແລ້ວຜູ້ກ່ຽວກໍຖືກກັກຕົວມາດຳເນີນຄະດີ.

ພັຕ ຄຳແສງ ຜົ້ງສາລີ ໃຫ້ ຮູ້ຕື່ມອີກວ່າ: ປັດຈຸບັນ, ເດັກນ້ອຍຜູ້ທີ່ຖືກເຄະຮ້າຍປອດໄພແລ້ວ; ສ່ວນທ້າວ ພໍແຊະ (ຜູ້ຖືກຫາ) ແມ່ນໄດ້ກັກຕົວໄວ້ທີ່ຫ້ອງກັກຄັງຊົ່ວຄາວ ປກສ ເມືອງລອງ ເພື່ອດຳເນີນຄະດີຕາມລະບຽບກົດໝາຍໃນຂໍ້ຫາພົວພັນຢາເສບຕິດ ແລ້ວພະຍາຍາມຂ້າຜູ້ອື່ນໂດຍເຈດຕະນາ.