ຜ່ານມາ, ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງໄດ້ອອກມະຕິ ແລະ ຂໍ້ຕົກລົງຕ່າງໆ ກ່ຽວກັບການຫຼຸດຜ່ອນການຕັດໄມ້ໃນທົ່ວປະເທດ. ແຕ່ເຫັນວ່າ ບັນຫາການລັກລອບຕັດໄມ້ໃນລາວ ຍັງສືບຕໍ່ເພີ່ມທະວີ ໂດຍສະເພາະຢູ່ຕາມລຽບຊາຍແດນ, ເຂດຮ່າງໄກສອກຫຼີກ ຫຼື ເຂດປ່າສະຫວງນແຫ່ງຊາດ ຍ້ອນຍັງມີພະນັກງານຈໍານວນໜຶ່ງມີສ່ວນຮ່ວມ ແລະ ເມີນເສຍຕໍ່ການປະຕິບັດໜ້າທີ່.

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ລາຍງານໃຫ້ຮູ້ວ່າ: ໃນ 5 ປີ ຜ່ານມາ ( 2016-2020 ), ໄດ້ກວດກາການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ວ່າດ້ວຍການ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້; ສາມາດພົບເຫັນການລະເມີດກົດໝາຍ ເປັນຕົ້ນຢູ່ຕາມລຽບຊາຍແດນ, ເຂດຫ່າງໄກສອກຫຼີກມີການລັກລອບຕັດໄມ້, ລັກສົ່ງໄມ້ເຂົ້າໂຮງງານ ແລະ ສົ່ງຜະລິດຕະພັນໄມ້ໄປຕ່າງປະເທດແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍພົວພັນນຳພະນັກງານລັດ, ຜູ້ປະກອບການ ແລະ ປະຊາຊົນ ທັງໝົດ 1.119 ຄົນ; ໃນນີ້ມີ, ພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ; ຢຶດໄມ້ໄດ້ 11.351,75 ແມັດກ້ອນ ແລະ 33,17 ໂຕນ, ສາມາດປັບ ໃໝໄດ້ 22,29 ຕື້ກີບ; ພົບເຫັນໄມ້ ຈໍານວນ 121.120,861 ແມັດກ້ອນ, ເງິນຄ້າງພັນທະ ແລະ ຄ່າຊື້ໄມ້ນໍາລັດ ມູນຄ່າ 66,57 ຕື້ກີບ ແລະ 4,87 ລ້ານໂດລາ.

ບັນຫາການລັກລອບຕັດໄມ້ໃນປ່າສະຫງວນແຫ່ງຊາດ ແລະ ການຊື້-ຂາຍໄມ້ແບບຜິດກົດ ໝາຍແມ່ນ ຍັງເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ ແລະ ບັນຫານີ້ໄລຍະຜ່ານມາ ເຈົ້າໜ້າທີ່ກ່ຽວຂ້ອງບັນດາແຂວງ ກໍໄດ້ເອົາໃຈໃສ່ໃນການກວດກາຢ່າງເຂັ້ມງວດ, ເມື່ອພົບເຫັນກໍໄດ້ມີການດໍາເນີນຄະດີຕາມລະບຽບກົດໝາຍ ເຊັ່ນ: ຢຶດຂອງກາງ, ລົງໂທດ ແລະ ປັບໃໝຜູ້ກະທໍາຜິດ ຕ່າງໆມາແລ້ວຈໍານວນບໍ່ໜ້ອຍ.

ປັດຈຸບັນ, ວຽກງານການຄຸ້ມຄອງປ່າໄມ້ຢູ່ປະເທດເຮົາ ແມ່ນມີສອງພາກສ່ວນຮັບຜິດຊອບ ຮ່ວມກັນຄື: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກໍາ-ປ່າໄມ້ ຈາກການເຮັດໜ້າທີ່ຕົວຈິງແລ້ວ ເຫັນວ່າ ການຄຸ້ມຄອງບາງຂອດຍັງພົບຄວາມຫຍຸ້ງຍາກ ແລະ ເກີດມີຊ່ອງຫວ່າງຫຼາຍຢ່າງ ເປັນຕົ້ນແມ່ນມີການສວຍໂອກາດຂອງເຈົ້າໜ້າທີ່ຈໍານວນໜຶ່ງ ຫຼາຍທ້ອງຖິ່ນທີ່ຮູ້ເຫັນເປັນໃຈໃນການລັກລອບຕັດໄມ້ ແລະ ການກວດກາກໍຍັງເຮັດບໍ່ໄດ້ດີ ຈຶ່ງມີສະພາບການລັກລອບຕັດໄມ້ເກີດຂຶ້ນຢ່າງແຜ່ຫຼາຍ.

ປະຊາຊົນຈໍານວນໜຶ່ງທີ່ລັກຂຶ້ນໄປລັກລອບຕັດໄມ້ຢູ່ເຂດພູພະນັງປ່າສະຫງວນເມືອງສັງທອງ ນະຄອນຫຼວງວຽງຈັນ ຍອມຮັບຕໍ່ນັກຂ່າວໜັງສືພິມ ປກສ ວ່າ: ການທີ່ລັກລອບຂຶ້ນໄປຕັດໄມ້ຍ້ອນມີພໍ່ຄ້າຄົນກາງມາຮັບຊື້ໄມ້ເຖິງບ້ານ ແລະ ພໍໄດ້ເງິນມາລ້ຽງຄອບຄົວ, ການທີ່ພວກເຮົາສາມາດຂຶ້ນໄປຕັດໄມ້ໄດ້ ໂດຍບໍ່ຖືກເຈົ້າໜ້າທີ່ຈັບໄດ້ນັ້ນ ກໍຍ້ອນພວກເຮົາຈ່າຍຄ່າຖ້ຽວໃຫ້ແກ່ເຈົ້າໜ້າທີ່ເຂດປ່າສະຫງວນທ້ອງຖິ່ນນັ້ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ພວກເຮົາ ແຕ່ຖ້າວ່າ ມີເຈົ້າໜ້າທີ່ທີ່ກ່ຽວຂ້ອງຂັ້ນເມືອງ ຫຼື ນະຄອນຫຼວງ ລົງມາເພີ່ນກໍຈະແຈ້ງໃຫ້ຢຸດເຊົາໃນການຂຶ້ນໄປລັກລອບຕັດໄມ້. ນອກນັ້ນ, ຍັງມີການລັກລອບຕັດໄມ້ຢູ່ແຂວງອື່ນໆອີກໃນຂອບເຂດທົ່ວປະເທດ.


ຢ່າງໃດກໍຕາມ, ການລັກລອບຕັດໄມ້ຂອງປະຊາຊົນແມ່ນບັນຫານ້ອຍທີ່ຈະແກ້ໄຂ ແລະ ສາ ມາດແກ້ໄຂໄດ້ງ່າຍ ແຕ່ບັນຫາທີ່ແກ້ໄຂຢາກແມ່ນການມີສ່ວນຮ່ວມຂອງພະນັກງານໃນການ ລັກລອບຕັດໄມ້ ເພາະການມີສ່ວນຮ່ວມຂອງພະນັກງານທີ່ລັກລອບຕັດໄມ້ຄະນະສະເພາະກິດຂັ້ນເມືອງແມ່ນບໍ່ສາມາດກວດສອບໄດ້; ສະນັ້ນ, ເພື່ອສະກັດກັ້ນບັນຫາດັ່ງກ່າວໃຫ້ຫຼຸດຜ່ອນ ລົງພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ບັນດາແຂວງຕ້ອງເພີ່ມທະວີຄວາມເອົາໃຈໃສ່ກວດກາ, ກວດສອບພະນັກງານຂັ້ນທ້ອງຖິ່ນໃຫ້ເຂັ້ມງວດຂຶ້ນຕື່ມ ເມື່ອພົບເຫັນວ່າມີພະນັກງານກ່ຽວພັນກັບບັນຫາດັ່ງກ່າວຄວນແກ້ໄຂ ແລະ ໃຊ້ມາດຕະການຢ່າງເດັດຂາດຕໍ່ຜູ້ກະທຳຜິດ ເພື່ອຈໍາກັດຊ່ອງຫວ່າງສວຍໂອກາດຕ່າງໆໃຫ້ນັບມື້ຫຼຸດໜ້ອຍລົງ ແລະ ຄ່ອຍໆໝົດໄປຈາກສັງຄົມ.