ໃນເດືອນສິງຫາ 2021 ຜ່ານມາ, ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນນະຄອນຫຼວງ ວຽງ ຈັນ (ນວ) ຍັງມີຢ່າງຕໍ່ເນື່ອງ ແຕ່ໃນນີ້ມີຄະດີລັກຊັບພົນລະເມືອງເກີດຂຶ້ນຫຼາຍກວ່າໝູ່ຍັງ ເປັນຫາທີ່ພົ້ນເດັ່ນ, ເຊິ່ງເກີດຂຶ້ນທັງໝົດ 124 ກວ່າ ເລື່ອງ ຈາກຄະດີທີ່ເກີດຂຶ້ນທັງໝົດ 202 ເລື່ອງ ແລະ ເມື່ອທຽບໃສ່ເດືອນກໍລະກົດ ເພີ່ມຂຶ້ນ 14 ເລື່ອງ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ສໍາລັບເດືອນສິງຫາ ທົ່ວນະຄອນ ຫຼວງວຽງຈັນ ສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍເກີດຂຶ້ນທັງໝົດ 202 ເລື່ອງ; ໃນນັ້ນ, ສາມາດແກ້ໄດ້ 237 ເລື່ອງ ແລະ ກັກຕົວຜູ້ຖືກຫາໄດ້ 483 ຄົນ ຍິງ 64 ຄົນ; ພົ້ນເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງເກີດຂຶ້ນ 124 ເລື່ອງ. ໃນນີ້; ລັກຊັບຂອງລັດ 1 ເລື່ອງ, ລັກຊັບລວມໝູ່ 1 ເລື່ອງ, ທຸບແວ່ນລົດ 5 ເລື່ອງ, ລັກງັດແງະ 39 ເລື່ອງ, ລົດໃຫຍ່ເສຍ 2 ຄັນ ແລະ ລັກລົດຈັກ 76 ເລື່ອງ 80 ຄັນ, ຮອງລົງມາແມ່ນຄະດີອຸບັດຕິເຫດເກີດຂຶ້ນ 65 ເລື່ອງ, ຊິງຊັບພົນລະເມືອງ 6 ເລື່ອງ, ອັກຄີໄພ 3 ເລື່ອງ, ຍິງປືນ 1 ເລື່ອງ, ພະຍາຍາມຄາດຕະກຳ 1 ເລື່ອງ, ຄາດຕະກໍາ 1 ເລື່ອງ, ທໍາຮ້າຍຮ່າງກາຍ 1 ເລື່ອງ ແລະ ທໍາລາຍຊັບພົນລະເມືອງ 1 ເລື່ອງ ສະເລ່ຍຜົນເສຍຫາຍເງິນ 256.506.000 ກີບ, ລົດໃຫຍ່ 2 ຄັນ, ລົດຈັກ 86 ຄັນ, ລົດຖີບ 3 ຄັນ, ຄຳຮູບປະພັນໜັກ 13 ບາດ, ຊຸດເຄື່ອງປະດັບເງິນ 1 ຊຸດ, ເຄື່ອງປະດັບເພັດ 1 ເສັ້ນ, ສາຍໄຟຟ້າ 233 ແມັດ, ໂມງໃສ່ແຂນ 3 ໜ່ວຍ, ແອປັບອາກາດ 1 ຊຸດ, ເຄື່ອງ ເຮັດນ້ຳອຸ່ນ 5 ໜ່ວຍ, ແທັບເລັດ 1 ໜ່ວຍ, ກ້ອງຖ່າຍຮູບ 1 ໜ່ວຍ, ໂທລະສັບມືຖື 14 ໜ່ວຍ, ຄອມພິວເຕີຕັ້ງໂຕະ 1 ໜ່ວຍ, ໂນດບຸກ 8 ໜ່ວຍ, ບັດຕື່ມເງິນມູນຄ່າ 3.000.000 ກີບ, ງົວ 7 ໂຕ, ໝູ 6 ໂຕ, ແບ້ 6 ໂຕ ແລະ ເຄື່ອງອື່ນໆອີກຈຳນວນໜຶ່ງ. ນອກນັ້ນ, ຍັງສາມາດຢຶດ ແລະ ເກັບກູ້ເຄື່ອງຂອງກາງໄດ້ເງິນ 387.472.000 ກີບ, 37.100 ບາດ, ສາຍແຂນຄຳ 1 ເສັ້ນ, ຢາ ບ້າ 22.082.773 ເມັດ, ເຮໂລອິນ 3 ຖົງນ້ອຍ 1 ຫຼອດນ້ອຍ ກັບ 17,4 ກຼາມ, ຢາໄອສ໌ 22 ຖົງ ນ້ອຍ, ລົດໃຫຍ່ 4 ຄັນ, ລົດຈັກ 59 ຄັນ, ປືນສັ້ນ 1 ກະບອກ ພ້ອມລູກປືນ 4 ລູກ, ປືນແກັບ 1 ກະບອກ, ປືນສັ້ນດັດແປງ 1 ກະບອກ, ຄອມພິວ ເຕີຕັ້ງໂຕະ 1 ໜ່ວຍ ແລະ ໂທລະສັບມືຖື 22 ໜ່ວຍ.

ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບການສະກັດກັ້ນ ແລະ ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍ ທາງສັງຄົມແລ້ວ ເພື່ອເປັນການປ້ອງກັນສະກັດກັ້ນ, ຄວບຄຸມ ແລະ ຕ້ານການແພ່ລະບາດຂອງ ພະຍາດໂຄວິດ-19. ເຈົ້າໜ້າທີ່ກໍາລັງປ້ອງກັນເຄື່ອນທີ່, ກຳລັງ 1191, ກຳລັງຕຳຫຼວດທ່ອງທ່ຽວ, ກຳລັງ ປກສ – ກອງຫຼອນບ້ານສົມທົບກັບຂະແໜງການວັດທະນາທຳ ແລະ ທ່ອງ ທ່ຽວ, ຂະ ແໜງການສຶກສາ ຍັງລົງຕິດຕາມ, ກວດກາບັນ ດາຮ້ານກິນດື່ມ, ເທັກບາ, ຮ້ານບັນເທີງ, ຮ້ານຄຣາໂອເກະ, ຮ້ານນວດ, ຮ້ານສະນຸກເກີ້, ຮ້ານເກມ, ຮ້ານອິນເຕີເນັດ ແລະອື່ນໆ ເຫັນໄດ້ວ່າຍັງພົບຜູ້ ລະເມີດ ແລະ ໄດ້ເຮັດບົດບັນທຶກສຶກສາອົບຮົມຕໍ່ຜູ້ລະເມີດມີ 53 ກໍລະນີ, ໃນນີ້ມີຮ້ານອີນເຕີ ເນັດກາເຟ 12 ຮ້ານ, ປັບໃໝເງິນ 12.000.000 ກີບ (ຢຶດຄອມພີວເຕີຕັ້ງໂຕະໄດ້ 16 ຊຸດ, ປຼີ່ນ ເຕີ 1 ເຄື່ອງ ແລະ ໄວຟາຍ 1 ເຄື່ອງ), ສະໄລເດີ້ 1 ຊຸດ, ມົ້ວສຸມເສບຢາບ້າ 1 ກຸ່ມ, ຮ້ານຄາລາໂອ ເກະ 2 ຮ້ານ, ຮ້ານອາຫານ 24 ຮ້ານ, ຮ້ານກີນດື່ມ 9 ຮ້ານ, ຮ້ານປີ້ງ 5 ຮ້ານ, ມົ້ວສຸມຫຼິ້ນການພະນັນ 1 ກຸ່ມ, ຕັ້ງກຸ່ມຊຸມແຊວດື່ມເຫຼົ້າເບຍ 3 ກຸ່ມ ແລະ ສະນຸກເກີ້ 1 ຮ້ານ.