ໃນຕອນເຊົ້າຂອງວັນທີ 21 ກັນຍາ 2021, ພົຕ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ ແລະ ພົຈວ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍສະເພາະວຽກງານຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ປກສ ນະຄອນຫຼວງວຽງຈັນ.

ພັອ ສຸກພະຈັນ ບຸດດາຄຳ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ລາຍການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ເລີ່ມມີຄຳສັ່ງເລກທີ 016/ຈວນ ໂດຍໄດ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ໃນນັ້ນ, ໄດ້ເອົາໃຈໃສ່ໂຄສະນາປະຊາສຳພັນຢູ່ຕາມຈຸດຕ່າງໆ, ເອົາໃຈໃສ່ກຳແໜ້ນສະພາບການ ແລະ ແກ້ໄຂການສ້າງສະຖານະການທຸກຮູບແບບທາງສື່ອອນລາຍ, ກວດກາຄົນເຂົ້າ-ອອກ ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເຊິ່ງມີຄົນເຂົ້າຈຳນວນ 55 ຄົນ ແລະ ອອກ 46 ຄົນ ພ້ອມທັງສະກັດກັ້ນການລັກລອບຂ້າມຊາຍໂດຍຢ່າງເຂັ້ມງວດ.

ພ້ອມນັ້ນ, ກໍໄດ້ຈັດວາງກຳລັງລົງກວດກາຕັ້ງດ່ານປະຕູເຂົ້າ-ອອກ ນະຄອນຫຼວງວຽງຈັນ ທັງໝົດ 8 ຈຸດ ແລະ ຕັ້ງຈຸດກວດກາການເດີນທາງໄປ-ມາພາຍໃນນະຄອນຫຼວງວຽງຈັນ 109 ຈຸດ, ອອກກວດກາລາດຕະເວນ ເພື່ອສຶກສາອົບຮົມຜູ້ລະເມີດຄຳສັ່ງ ໃນນີ້ກວດພົບ 5 ກໍລະນີເຊັ່ນ: ຮ້ານອາຫານ 1 ຮ້ານ, ມົ້ວສຸມສິ່ງເສບຕິດ 1 ກຸ່ມ ແລະ ຊຸມແຊມດື່ມເຫຼົ້າ 3 ກຸ່ມ. ນອກນັ້ນ, ປກສ ນະຄອນຫຼວງວຽງຈັນ ຍັງໄດ້ຈັດຕັ້ງກຳລັງປະຈຳການຕະຫຼອດ 24 ຊົ່ວໂມງ ແລະ ກຽມພ້ອມພາຫະນະຂົນສົ່ງແຮງງານເຂົ້າສູນກັກກັນ ແລະ ຊ່ວຍເຫຼືອຄົນເຈັບໃຫ້ທັນເວລາ.

ພົຕ ທອງເຫຼັກ ມັງໜໍ່ເມກ ໄດ້ຊີ້ນຳໃຫ້ ປກສ ນະຄອນຫຼວງ ສຸມກຳລັງໃສ່ການຈັດຕັ້ງປະຕິບັດວຽກງານວິຊາສະຢ່າງເຂັ້ມງວດ ເປັນຕົ້ນແມ່ນ ໃຫ້ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນສັງຄົມ, ການຮັກສາຄວາມເປັນລະບຽບຮຽບຮ້ອຍ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງຕ່າງໆຂອງຂັ້ນເທິງຢ່າງເຂັ້ມງວດ.

ໂອກາດດຽວກັນ, ກະຊວງ ປກສ ຍັງໄດ້ມອບເງິນຈຳນວນໜຶ່ງໃຫ້ ປກສ ນະຄອນຫຼວງວຽງຈັນ ນຳໄປໃຊ້ເຂົ້າໃນບັ້ນປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ນຳອີກ.