ຫຼັງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ (ນວ) ໄດ້ເພີ່ມຂຶ້ນ ແລະ ແຜ່ກະຈາຍອອກໄປຫຼາຍບ້ານ, ຫຼາຍເມືອງຢ່າງວ່ອງໄວ, ເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງອອກຄໍາສັ່ງຫ້າມບໍ່ໃຫ້ພໍ່-ແມ່ປະຊາຊົນ, ພະນັກງານ-ລັດຖະກອນ ທັງພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງຕ່າງໆທີ່ເຄື່ອນໄຫວຢູ່ນະຄອນຫຼວງວຍງຈັນ ອອກຈາກເຮືອນ ຫຼື ທີ່ພັກອາໃສເດີິນທາງໄປ-ມາ ຢ່າງເດັດຂາດ ເລີ່ມແຕ່ວັນທີ 19-30 ກັນຍາ 2021; ຜ່ານການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ ເຫັນວ່າ ຊາວ ນວ ຈໍານວນໜຶ່ງ ຍັງຖືເບົາບໍ່ຕື່ນຕົວປະຕິບັດຄໍາສັ່ງດັ່ງກ່າວ.

+ ພັທ ຊື່ຫວ່າງ ກ່າລໍ່ ຫົວໜ້າ ປກສ ກຸ່ມ 5 ວັງຊາຍ ຄະນະສະເພາະກິດຕ້ານ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ປກສ ເມືອງໄຊເສດຖາ ໃຫ້ສໍາພາດຕໍ່ທີມຂ່າວ ປກສ ວ່າ:

ພາຍຫຼັງຄະນະສະເພາະກິດເມືອງ ໄດ້ມີຄໍາສັ່ງໃຫ້ ປກສ ກຸ່ມທົ່ວເມືອງ ສົມທົບກັບ ອົງການປົກຄອງບ້ານ ລົງຕັ້ງດ່ານປິດເສັ້ນທາງບໍ່ໃຫ້ລົດສັນຈອນໄປ-ມາ ເພື່ອແນະນຳບໍ່ໃຫ້ພໍ່-ແມ່ປະຊາຊົນ, ພະນັກງານ-ລັດຖະກອນ ອອກຈາກເຮືອນ ຫຼື ທີ່ພັກອາໃສເດີິນທາງໄປ-ມາຢູ່ພາຍໃນເມືອງ ແນໃສ່ປ້ອງກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ລະບາດອອກເປັນວົງກວ້າງ, ເຊິ່ງພາຍໃນກຸ່ມບ້ານຂອງພວກເຮົາ ໄດ້ເລີ່ມລົງຕັ້ງດ່ານມາແຕ່ວັນທີ 20 ກັນຍາ ເປັນຕົ້ນມາ ແລະ ມີທັງໝົດ 10 ຈຸດ ຄື:

  • ວົງວຽນໜອງໜ່ຽງ
  • ານໂນນສະຫວ່າງ
  • ແສງສະຫວ່າງ
  • ໂຊກຄໍາ
  • ຊໍາເຄ້
  • ອາມອນ
  • ໂນນສະຫວັນ
  • ຮ່ອງສຸພາບ
  • ໂນນສະຫງ່າ
  • ວັງຊາຍ

ສ່ວນບໍລິເວນຫົວຂົວໜອງໜ່ຽງ ແມ່ນຈຸດກວດຂອງເມືອງ; ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ: ປະຊາຊົນຈໍານວນໜຶ່ງ ຍັງຖືເບົາບໍ່ປະຕິບັດຕາມແຈ້ງການເລກທີ 016 ຂອງເຈົ້າຄອງວາງອອກ, ໂດຍຕອນເຊົ້າຍັງມີລົດໃຫຍ່ ແລະ ລົດຈັກຈໍານວນຫຼາຍສັນຈອນໄປ-ມາ ເຮັດໃຫ້ເກີດບັນຫາລົດຕິດເປັນວົງກວ້າງຢູ່ໃນຂອບເຂດ ປກສ ກຸ່ມ ທີ່ພວກເຮົາຮັບຜິດຊອບ.

+ ພັທ ບຸນແຍງ ຮວງສະຫວັນ ຫົວໜ້າ ປກສ ກຸ່ມ 4 ທ່າງ່ອນ ເມືອງໄຊທານີ ໃຫ້ສໍາພາດຕື່ມວ່າ:

ພາຍຫຼັງເມືອງສັ່ງໃຫ້ກຸ່ມພວກເຮົາລົງຕັ້ງດ່ານ ເພື່ອສະກັດກັ້ນບໍ່ໃຫ້ພໍ່-ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ອອກຈາກເຮືອນເດີນທາງໄປມາຢູ່ພາຍໃນເມືອງໄຊທານີ, ພວກເຮົາຈຶ່ງກໍານົດເອົາ 3 ແຍກທ່າງ່ອນ-ນາຄູນ ເປັນບ່ອນຕັ້ງຈຸດກວດກາ ເມື່ອພົບລົດທີ່ເດີນທາງມາແຕ່ຂົວທ່າງ່ອນມີຈຸດປະສົງຈະເຂົ້າໄປໃນເມືອງ ພວກເຮົາຈະໃຫ້ລ້ຽວກັບທັນທີໂດຍບໍ່ມີຂໍ້ຍົກເວັ້ນ; ສ່ວນລົດທີ່ພວກເຮົາອະນຸຍາດໃຫ້ເດີນທາງໄປໄດ້ ແມ່ນລົດຂົນສົ່ງສິນຄ້າ, ລົດກູ້ໄພ, ລົດໂຮງໝໍ, ລົດຄົນເຈັບ ແລະ ລົດການປະຕິບັດງານຂອງເຈົ້າໜ້າທີ່.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນທຸກຊັ້ນຄົນ, ພະນັກງານ ທັງພາກລັດ ແລະ ເອກະຊົນ ຈົ່ງຮ່ວມໃຈກັນຢູ່ແຕ່ໃນບ້ານ, ບໍ່ຄວນອອກໄປໃສມາໃສ ເພື່ອຊ່ວຍກັນປ້ອງກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ລະບາດໄປຫຼາຍກວ່ານີ້, ເຖິ່ງວ່າທ່ານຈະເດີນທາງໄປ-ມາກໍຕາມ ຖ້າມາເຖິງຈຸດກວດຂອງພວກເຮົາ ທ່ານກໍບໍ່ສາມາດຜ່ານໄດ້ ເພາະພວກເຮົາຈະບໍ່ອະນຸຍາດໃຫ້ບັນດາທ່ານຜ່ານຢ່າງເດັດຂາດ.