ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສົມທົບກັບ ປກສ ກຸ່ມ 9 ຫົວຊຽງ ແລະ ປກຊ-ປກສ ບ້ານບໍ່ເຫຼັກ ລົງຕັ້ງຈຸດກວດກາຢູ່ເສັ້ນທາງເລກທີ 13 ເໜືອ ເຂດບ້ານບໍ່ເຫຼັກ ລະຫວ່າງຊາຍແດນເມືອງໄຊທານີ ຫາ ເມືອງປາກງື່ມ ເພື່ອເຂັ້ມງວດກວດກາຍານພາຫະນະທີ່ເດີນທາງມາຈາກຕ່າງເມືອງ ແລະ ຕ່າງແຂວງທີ່ມີຈຸດປະສົງເດີນທາງເຂົ້າມາ ນະຄອນຫຼວງວຽງຈັນ.

+ ພັຕ ປັງ ເມືອງມະນີ ຮອງຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ເມືອງໄຊທານີ ກ່າວຕໍ່ນັກຂ່າວ ປກສ ໃນວັນທີ 21 ກັນຍາ 2021 ວ່າ:

ການລົງຕັ້ງຈຸດກວດກາໃນຄັ້ງນີ້ ແມ່ນປະຕິບັດຕາມຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ໂດຍສະເພາະກໍແມ່ນຄໍາສັ່ງຂອງທ່ານເຈົ້າເມືອງໄຊທານີ ໂດຍສົມທົບກັບ ປກສ ກຸ່ມຫົວຊຽງ ແລະ ປກຊ-ປກສ ບ້ານບໍ່ເຫຼັກ ເລີ່ມລົງຕັ້ງຈຸດກວດກາແຕ່ວັນທີ 19 ກັນຍາ 2021 ເປັນຕົ້ນມາ.

ການລົງຕັ້ງຈຸດກວດກາໃນຄັ້ງນີ້ ກໍເພື່ອຄັດກອງຜູ້ທີ່ໃຊ້ລົດ-ໃຊ້ຖະໜົນທີ່ເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ ວ່າມີເອກະສານອະນຸຍາດຖືກຕ້ອງແທ້ ຫຼື ບໍ່ ແລະ ບັນດາທ່ານທີ່ເດີນທາງມາແຕ່ຕ່າງແຂວງມີຈຸດປະສົງຈະຜ່ານ ເມືອງໄຊທານີ ຖ້າບໍ່ມີເອກະສານອະນຸຍາດຄົບຖ້ວນຈາກພາກສ່ວນກ່ຽວຂອງ ເຈົ້າໜ້າທີ່ພວກເຮົາຈະບໍ່ອະນຸຍາດໃຫ້ຜ່ານເຂົ້າມາ ແລະ ຖ້າວ່າຜູ້ທີ່ເດີນທາງມາແຕ່ເຂດບ້ານແດງ ພວກເຮົາກໍຈະບໍ່ອະນຸຍາດໃຫ້ເຂົ້າມາຢ່າງເດັດຂາດ; ທັງນີ້, ກໍເພື່ອເປັນການປ້ອງກັນບໍ່ໃຫ້ກຸ່ມຄົນທີ່ເດີນທາງມາແຕ່ເຂດກຸ່ມສ່ຽງ ນໍາເຊື້ອພະຍາດເຂົ້າມາແຜ່ລະບາດຢູ່ຕາມຊຸມຊົນ.

ພັຕ ອຸດົມໄຊ ມະນີບູນ ຮອງຫົວໜ້າ ປກສ ກຸ່ມ 9 ຫົວຊຽງ

ສ່ວນພາຫະນະທີ່ພວກເຮົາອະນຸຍາດໃຫ້ຜ່ານເຂົ້າອອກໄດ້ນັ້ນ ສ່ວນໃຫຍ່ແມ່ນລົດຂົນສົ່ງສິນຄ້າ, ລົດໂຮງໝໍ, ລົດກູ້ໄພ ຫຼື ລົດຂົນສົ່ງຄົນເຈັບ ແລະ ລົດທີ່ມີໃບອະນຸຍາດເດີນທາງຈາກ ຄະນະສະເພາະຂອງແຂວງ.

+ ພັຕ ອຸດົມໄຊ ມະນີບູນ ຮອງຫົວໜ້າ ປກສ ກຸ່ມ 9 ຫົວຊຽງ ກ່າວຕື່ມວ່າ:

ການລົງຕັ້ງດ່ານສົມທົບກັບຫຼາຍພາກສ່ວນໃນຄັ້ງນີ້ ກໍເພື່ອປ້ອງກັນບໍ່ໃຫ້ກຸ່ມຄົນທີ່ຢູ່ໃນກຸ່ມສ່ຽງເດີນທາງເຂົ້າມານະຄອນຫຼວງວຽງຈັນ ໂດຍສະເພາະກໍແມ່ນເມືອງໄຊທານີ ແລະ ອີກຢ່າງກໍປ້ອງກັນກຸ່ມຄົນທີ່ຢູ່ນະຄອນຫຼວງວຽງຈັນ ເດີນທາງໄປເຂດບ້ານແດງ; ເຊິ່ງດ່ານກວດກາຂອງພວກເຮົາ ແມ່ນເຂັ້ມງວດກວດກາທັງຂາອອກ ແລະ ຂາເຂົ້າ ເມືອງໄຊທານີ ຕະຫຼອດ 24 ຊົ່ວໂມງ.

ສະນັ້ນ, ຖ້າຫາກທ່ານໄດມີຈຸດປະສົງທີ່ຈະເດີນທາງເຂົ້າ-ອອກ ທ່ານຕ້ອງປະຕິບັດຕາມມາດຕະການທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ ແລະ ທີ່ສໍາຄັນບັນດາທ່ານຕ້ອງມີໃບສັກວັກຊິນ ແລະ ໃບອະນຸຍາດເດີນທາງຈາກບ້ານ, ເມືອງ ຫຼື ຄະນະສະເພາະແຂວງ ຫຼື ນະຄອນຫຼວງວຽງຈັນ ຕິດຕົວມານໍາ.