ໃນວັນທີ 21 ກັນຍາ 2021, ບໍລິສັດກໍສ້າງເຄື່ອນໄຟ້າ ຈໍາກັດ ໄດ້ມອບຢາປິ່ນປົວພະຍາດໂຄວິດ-19 ໃຫ້ ກະຊວງ ປກສ ຈຳນວນ 2 ແກັດ ມີຈໍານວນ 800 ແຜງ; ຕາງໜ້າບໍລິສັດມອບໂດຍ ທ່ານ ລໍາພຽງ ພົມມະກອງ ແລະ ຮັບໂດຍ ພົຈວ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນ ຫົວໜ້າຄະນະສະເພາະກິດຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ກະຊວງ ປກສ ພ້ອມດ້ວຍຄະນະ.

+ ທ່ານ ລໍາພຽງ ພົມມະກອງ  ກ່າວວ່າ:

ການທີ່ນຳເອົາຢາປົວພະຍາດໂຄວິດ-19 ມອບໃຫ້ ກະຊວງ ປກສ ໃນຄັ້ງນີ້ ກໍເພື່ອເປັນການກະກຽມຄວາມພ້ອມຮັບມືກັບ ການລະບາດຂອງພະຍາດໂຄວິດ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ; ຖ້າຫາກເກີດການລະບາດກັບກຳລັງປ້ອງກັນຄວາມສະຫງົບ ກໍສາມາດນໍາໃຊ້ຢາດັ່ງກ່າວນີ້ເຂົ້າປິ່ນປົວໃຫ້ທັນກັບສະພາບການ ແລະ ຢັບຢັ້ງບໍ່ໃຫ້ພະຍາດດັ່ງກ່າວນີ້ ພາກຊີວິດຂອງເຈົ້າໜ້າທີ່ເຮົາໄດ້ ແລະ ອີກບໍ່ດົນນີ້ ທາງບໍລິສັດກໍຍັງມີແຜນທີ່ຈະຈັດຊື້ຢາດັ່ງກ່າວອີກ ເພື່ອມອບໃຫ້ ກະຊວງ ປກສ ເພີ່ມອີກ.

+ ພົຈວ ສຸວັນນີ ສີສຸພາບມີໄຊ ກ່າວວ່າ:

ການທີ່ມີຢາປິ່ນປົວພະຍາດໂຄວິດ-19 ແມ່ນເປັນຜົນດີຫຼາຍຕໍ່ກຳລັງພວກເຮົາ ເພາະຫາກວ່າເກີດການແຜ່ລະບາດກັບກຳລັງພວກເຮົາ ກໍຈະນຳໃຊ້ເຂົ້າປິ່ນປົວໄດ້ຢ່າງວ່ອງໄວ ແລະ ທັນການ; ດັ່ງນັ້ນ, ໃນນາມຕາງໜ້າໃຫ້ ກະຊວງ ປກສ ຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ບໍລິສັດກໍສ້າງເຄື່ອນໄຟ້າ ຈໍາກັດ ທີ່ເຫັນໄດ້ຄວາມສໍາຄັນອັນໃຫຍ່ຫຼວງ ແລະ ເປັນຮ່ວງເປັນໃຍຕໍ່ກຳລັງປ້ອງກັນຄວາມສະຫງົບ ແລະ ຂໍອອຍພອນໃຫ້ປະທານບໍລິສັດ ພ້ອມຄະນະ ແລະ ພະນັກງານທຸກສະຫາຍທີ່ຢູ່ໃນບໍລິສັດ ຈົ່ງມີສຸຂະພາບເຂັ້ມແຂງປາສະຈາກໂລກໄພໄຂ້ເຈັບ ແລະ ພ້ອມກັນສູ້ຜ່ານຜ່າອຸປະສັກຂອງພະຍາດໂຄວິດ-19 ໄປນໍາກັນ.