ໃນວັນທີ 18 ກັນຍາ 2021, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືວິທີການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ຄ້າຍກັກກັນຊົ່ວຄາວຫຼັກ 6, ເປັນປະທານໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ທັງເປັນ ຄະນະສະເພາະກິດຂັ້ນແຂວງ, ເຂົ້າຮ່ວມມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີຄະນະອຳນວຍການໂຮງໝໍແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ, ຂະແໜງຄວບຄຸມພະຍາດຕິດຕໍ່ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້້າຮ່ວມ.

ໃນພິທີໄດ້ຮັບຟັງການລາຍງານສະພາບຄວາມເປັນຈິງຂອງ ການແຜ່ລະບາດພະຍາດໂຄວິດ-19 ຢູ່ພາຍໃນຄ້າຍຄຸມຂັງ ແລະ ການຈັດຕັ້ງປະຕິບັດວຽກງານການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງຄະນະພັກຄະນະບັນຊາ ໃນໄລຍະທີ່ຜ່ານມາ ເປັນຕົ້ນ:

ຂໍ້ສະດວກ ແລະ ຂໍ້ຍຸ້ງຍາກ ເຊິ່ງເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ຄະນະກອງບັນຊາການ ປກສ ແຂວງ ໄດ້ເອົາໃຈໃສ່ຊີ້ນຳຕົວຈິງພາກສະໜາມ ໂດຍໄດ້ນຳເອົາກຳລັງຫ້ອງຕຳຫຼວດເປັນໃຈກາງໃນການປ້ອງກັນເວນຍາມ ແລະ ກຳລັງຂອງຫ້ອງການເມືອງເປັນກຳລັງເຮັດວຽກປ້ອງກັນຕົວຈິງ, ປັບປຸງລະບຽບໃນການນຳພາບັນຊາ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ຢູ່ພາຍໃນບໍ່ໃຫ້ແຜ່ອອກສູ່ພາຍນອກຢ່າງເຂັ້ມງວດ.

ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ກໍໃຫ້ທິດຊີ້ນຳ-ນຳພາເພີ່ມທະວີຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດເຮັດໜ້າທີ່ປ້ອງກັນເຝົ້າລະວັງເຊື້ອພະຍາດໂຄວິດ-19, ເນັ້ນໃຫ້ຜູ້ປະຕິບັດຕົວຈິງເອົາໃສ່ໃຈປະສານສົມທົບກັນຢ່າງວ່ອງໃວ ແລະ ໃຫ້ທັນການ, ເປັນເຈົ້າການມີຄວາມຮັບຜິດຊອບສູງ ໃຫ້ມີທັດສະນະເປັນພະນັກງານຂອງເຈົ້້າໜ້າທີ່ປ້ອງກັນຄວາມສະຫງົບ; ພ້ອມນັ້ນ, ໃຫ້ຄະນະພັກ-ຄະນະບັນຊາ, ຄະນະສະເພາະກິດຕ້ານການລະບາດຂອງໂຄວິດ-19 ໃຫ້ມີການຊີ້ນຳ-ນຳພາປຸກລະດົມອ້າຍນ້ອງໃຫ້ມີຄວາມເຂັ້ມແຂງ, ມີຄວາມຕື່ນຕົວຫ້າວຫັນ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19, ສຶກສາອົບຮົມນັກໂທດ-ດັດສ້າງ ຜູ້ທີ່ຕິດເຊື້ອໂຄວິດ-19 ໃຫ້ເຂົາເຈົ້້າມີຈິດໃຈເຂັ້ມແຂງຕໍ່ສູ້ກັບພະຍາດ ແລະ ປ້ອງກັນຫຼຸດຜ່ອນຫຼີກລ່ຽງການເສຍຊີວິດຂອງນັກໂທດ.

ຈາກນັ້ນ, ຄະນະສະເພາະກິດຂັ້ນແຂວງ ກໍໄດ້ລົງກວດກາຕິດຕາມສະຖານທີ່ສູນຄ້າຍກັກກັນຊົ່ວຄາວ ຫຼັກ 6 ເພື່ອກວດກາຕິດຕາມການກໍ່ສ້າງເປັນໂຮງໝໍພາກສະໜາມ ເພື່ອຮອງຮັບປິ່ນປົວໃຫ້ແກ້ນັກໂທດ-ດັດສ້າງ ຜູ້ທີ່ມີການຕິດເຊື້ອພະຍາດໂຄວິດ-19.