ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ຮ່ວມກັບ ພະແນກສາທາລະນະສຸກ ແຂວງຫົວພັນ ຈັດພິທີເປີດຊຸດຝຶກອົບຮົມວຽກງານປິ່ນປົວ-ບໍາບັດ ແລະ ໃຫ້ຄໍາປຶກສາແກ່ຜູ້ຊົມໃຊ້ສິ່ງເສບຕິດ ໃຫ້ໂຮງຫມໍຊຸມຊົນ 6 ເມືອງ ຄື: ເມືອງຊຳເໜືອ, ເມືອງຫົວເມືອງ, ເມືອງວຽງໄຊ, ເມືອງຊຳໃຕ້, ເມືອງກວັນ ແລະ ເມືອງຊ່ອນ ໃນວັນທີ 20 ກັນຍາ 2021, ເປັນປະທານໂດຍ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງໆຫົວພັນ ປະທານກວດກາ ແລະ ຄວບຄຸມຢາເສບຕິດ ແຂວງຫົວພັນ, ມີຜູ່ຕ່າງໜ້າຈາກພະແນກການທີ່ກ່ຽວຂ້ອງ, ຄູຝຶກຈາກສູນກາງ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ຜ່ານຊຸດຝຶກອົບຮົມຄັ້ງນີ້, ນັກສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບທາດເຫຼົ້າ, ການຊົມໃຊ້ສານເສບຕິດ, ເຫດຜົນຂອງການໃຊ້ສານເສບຕິດ ແລະ ຜົນກະທົບ, ຄວາມໝາຍຂອງການປິ່ນປົວ-ບຳບັດຂັ້ນຊຸມຊົນ, ຂັ້ນຕອນການປ່ຽນແປງ, ການປ້ອງກັນ, ການກັບມາໃຊ້ຢາຄືນ, ພະຍາດສະໝອງຕິດຢາ, ການກັ່ນຕອງ, ທັກສະການໃຫ້ກຳລັງໃຈ, ການບົ່ງມະຕິຄວບ (ການໃຊ້ສານເສບຕິດ ແລະ ການເຈັບເປັນພະຍາດຮ່ວມທາງດ້ານຈິດຕະສາດ), ຄວາມຮູ້ພື້ນຖານກ່ຽວກັບ ພະຍາດສຸຂະພາບຈິດ ແລະ ການປິ່ນປົວ; ພ້ອມນີ້, ນັກສຳມະນາກອນຍັງຈະໄດ້ພ້ອມກັນແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນ ໂດຍຜ່ານແບບຝຶກຫັດ ແລະ ກິດຈະກຳ ໂດຍຈະໃຊ້ເວລາ 5 ວັນ ຈຶ່ງຈະສຳເລັດ.

ວຽກງານການປິ່ນປົວ-ບໍາບັດໃນຊຸມຊົນ ແລະ ໃຫ້ຄໍາປຶກສານີ້ ແມ່ນການບໍາບັດຜູ້ໃຊ້ສານເສບຕິດແບບສະມັກໃຈ (ໂດຍແບບບໍ່ໄດ້ບັງຄັບ) ໂດຍເນັ້ນໜັກໃສ່ຜູ້ຕິດຢາຝິ່ນ, ຢາບ້າ, ຕິດເຫຼົ້າ ແລະອື່ນໆ; ການປິ່ນປົວຜູ້ຕິດຢາເສບຕິດແບບຊຸມຊົນ ໝາຍເຖິງຮູບການປິ່ນປົວແບບປະສົມປະສານອັນສະເພາະ ສໍາລັບຜູ້ທີ່ໄດ້ຮັບຜົນກະທົບຈາກການໃຊ້ຢາເສບຕິດ ຢູ່ໃນຊຸມຊົນ ທີ່ຍັງມີອາການເບົາບາງ (ຫຼື ເລີ່ມໃໝ່) ແລະ ຜູ້ມີອາການປານກາງ.

ການປິ່ນປົວ-ບໍາບັດແບບຊຸມຊົນນີ້ ແມ່ນໃຫ້ການເບິ່ງແຍງຢ່າງຕໍ່ເນື່ອງ ແລະ ມີທີມງານອາສາສະມັກເຄື່ອນທີ່ປະຈໍາເມືອງ 6 ເມືອງ ເພື່ອລົງຕິດຕາມ-ຊ່ວຍເຫຼືອ ແລະ ແນະນໍາຄອບຄົວຜູ້ໃຊ້ສານເສບຕິດ ເພື່ອປູກລະດົມຜູ້ໃຊ້ສານເສບຕິດ ເຂົ້າມາໂຮງຫມໍເພື່ອຮັບຄໍາປຶກສາ ແລະ ປິ່ນປົວຕາມອາການ ໃນໂຮງໝໍເມືອງ 6 ແຫ່ງ ຄື:

ເມືອງຊໍາເໜືອ ສະຖານທີ່ຕັ້ງຢູ່ສຸກສາລາ ບ້ານສະເຫຼີ້ຍ, ໂຮງຫມໍເມືອງຫົວເມືອງ, ໂຮງຫມໍເມືອງວຽງໄຊ, ໂຮງຫມໍເມືອງຊໍາໃຕ້, ໂຮງຫມໍເມືອງກວັນ ແລະ ໂຮງຫມໍເມືອງຊ່ອນ, ເຊິ່ງວຽກງານນີ້ຈະເລີ່ມປິ່ນປົວ-ບໍາບັດ ແຕ່ເດືອນຕຸລາ 2021 ເປັນຕົ້ນໄປ ແລະ ຈະສິ້ນສຸດລົງໃນທ້າຍເດືອນກຸມພາ 2022.

ວຽກງານດັ່ງກ່າວໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານຢີ່ປຸ່ນ ໂດຍຜ່ານ ອົງການສະຫະປະຊາຊາດ ຕ້ານຢາເສບຕິດ ແລະ ອາດສະຍາກໍາ ປະຈໍາ ສປປ ລາວ ເຊິ່ງປະກອບມີ ຢາປິ່ນປົວພ້ອມກັບອຸປະກອນການແພດຈໍານວນໜຶ່ງ ແລະ ລົດຈັກຈໍານວນ 6 ຄັນ ລວມມູນຄ່າຂອງໂຄງການ 300.000 ໂດລາສະຫະລັດ.

ໃນໂອກາດດຽວກັນນີ້, ໂຄງການດັ່ງກ່າວ ຍັງໄດ້ມອບລົດຈັກຈໍານວນ 6 ຄັນ ແລະ ຢາປິ່ນປົວພະຍາດ ພ້ອມອຸປະກອນການແພດຈໍານວນໜຶ່ງ ລວມມູນຄ່າ 134.992.000 ກີບ ໃຫ້ແກ່ແຂວງຫົວພັນ ແລ້ວຈະມອບຕໍ່ໃຫ້ 2 ພະແນກການ ຄື: ກອງບັນຊາການ ປກສ ແຂວງ ແລະ ພະແນກສາລະນະສຸກ ແຂວງຫົວພັນ ເພື່ອນໍາໃຊ້ເຂົ້າໃນວຽກງານປິ່ນປົວ ແລະ ບຳບັດຢາເສບຕິດ.