ທ້າຍອາທິດຜ່ານມານີ້, ຄະນະພັກ – ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຈາກບັນດາຫ້ອງ ແລະ ກອງ ອ້ອມຂ້າງ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ເຊື່ອມຊຶມເອກະສານທີ່ສຳຄັນຂອງພັກ-ຂອງຊາດ ເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເຊື່ອມຊືມ ຂອງ ສະຫາຍ ພັອ ຄຳ ແພງເພັດ ຫົວໜ້າກອງບັນຊາການ ປກສ ແຂວງ.

ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ມີດັ່ງນີ້:

+ ຂໍ້ຕົກລົງ ວ່າດ້ວຍ ຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໄລຍະປີ 2021 – 2030,

+ ສັນຍາ ວ່າດ້ວຍ ການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໄລຍະປີ 2021 – 2025,

+ ເອກະສານປາຖະກາຖາ 5 ວັນປະຫວັດສາດຂອງ ສປປ ລາວ ແລະ ສປ ຈີນ ຄື: ວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 112 ປີ ວັນທີ 13 ກໍລະກົດ 1909 – 13 ກໍລະກົດ 2021,

  • ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 44 ປີ 18 ກໍລະກົດ 1977 – 18 ກໍລະກົດ 2021
  • ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 59 ປີ 5 ກັນຍາ 1962 – 5 ກັນຍາ 2021
  • ເນື້ອໃນຫຍໍ້ບົດບັນທຶກຂໍ້ຕົກລົງລະຫວ່າງ ກົມການເມືອງ ສູນກາງພັກ ສປປ ລາວ ແລະ ພັກກອມມູນິດ ຫວຽດນາມ ປີ 2020
  • ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ 1 ກໍລະກົດ 1921- 1 ກໍລະກົດ 2021

ການເຜີຍແຜ່ໃນຄັ້ງນີ້ ກໍເພື່ອແນໃສ່ໃຫ້ ຄະນະພັກ – ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ໃນກຳລັງປ້ອງກັນຄວາມສະຫງົບ ໄດ້ຮັບຮູ້ເຂົ້າໃຈ ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງຊາດ ລາວ-ຫວຽດນາມ ກ້າວເຂົ້້າສູ່ລວງເລິກສະໜິດສະໜົມ, ໄວ້ເນື້ອເຊື່ອໃຈກັນ, ຮັກສາບົດບາດແກນຫຼັກ, ກຳນົດທິດທາງລວມ, ການຮ່ວມມືດ້ານວຽກງານ ປກຊ-ປກສ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການສຶກສາວິທະຍາສາດເຕັກນິກ ແລະ ການຕ່າງປະເທດໃຫ້ນັບມື້ນັບມີປະສິດທິຜົນ, ຮູ້ເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ສຸພານຸວົງ, ມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງວັນສຳຄັນຂອງສອງຊາດ ລາວ-ຫວຽດນາມ ແລະ ສປ ຈີນ ເພື່ອນຳມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ໃຫ້ໄດ້ຮັບຜົນດີ.