ກອງບັນຊາການ ປກສ ​ແຂວງ​ຈຳປາ​ສັກ ຈັດພິທີ​ປະກາດ​ໃຫ້​ນາຍ​​ຕຳຫຼວດ​ພັກ​ການ-​ຮັບ​ອຸດ​ໜູນ​ບຳນານ ​ຂຶ້ນ​ໃນ​​ວັນ​ທີ 20 ​ກັນຍາ 2021,​ເປັນ​ປະທານ​ໂດຍ ພັທ ສີວິ​ໄລ ​ແກ້ວ​ປະ​ເສີດ ຮອງ​ກອງ​ບັນຊາ​ການ ປກສ ​ແຂວງ​ຈຳປາ​ສັກ, ມີ​ຄະນະ​ພັກ​ຄະນະ​ບັນຊາ, ​ພະ​ນັກ​ງານ​ຫຼັກ​ແຫຼ່ງ ຕະຫຼອດ​ຮອດ​ນາຍຕຳຫຼວດ​ທີ່​ໄດ້​ຮັບ​ອຸດ​ໜູນ​ບຳນານ ​​ເຂົ້າ​ຮ່ວມ.

ໃນພິທີ ພັທ ຄຳ​ພັນ ສີສະ​ຫງ່າ ຮອງ​ຫ້ອງການ​ເມືອງ ປກສ ​ແຂວງ​ຈຳປາ​ສັກ ​ຂຶ້ນຜ່ານ​ຂໍ້​ຕົກລົງ​ຂອງ ທ່ານ​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ວ່າ​ດ້ວຍ​ ການ​ອະນຸມັດ​ໃຫ້​ນາຍ​ຕຳຫຼວດ​ຢູ່​ ກອງ​ບັນຊາ​ການ ປກສ ​ແຂວງ​ຈຳປາ​ສັກ ພັກ​ການ​ຮັບ​ອຸດ​ໜູນ​ບຳນານ ​ເຊິ່ງລວມມີ 5 ສະຫາຍ:

  • ພັທ ​ໂພ​ສີ ສິມ​ມະ​ລີ ສັງກັດ​ຢູ່​ ກອງ​ບັນຊາ​ການ ປກສ ​ເມືອງຊະນະ​ສົມບູນ
  • ພັຕ ສຸກ​ວິ​ໄຊ ບຸນ​ຈະ​ເລີ​ນ ສັງກັດ​ຢູ່​ ຫ້ອງ​ຕຳຫຼວດ ປກສ ​ແຂວງ​ຈຳປາ​ສັກ
  • ພັຕ ສີພູນ ສີ​ຫາ​ວົງ ສັງກັດ​ຢູ່​ ຫ້ອງ​ຕຳຫຼວດ ປກສ ​ແຂວງ​ຈຳປາ​ສັກ
  • ພັທ ວິຊຽນ ປັດ​ຖາ​ວິ​ໄຊ ສັງກັດ​ຢູ່​ ກອງ​ບັນຊາ​ການ ປກສ ​ເມື​ອງຊະນະ​ສົມບູນ
  • ພັທ ບຸນ​ໜາ ສາຍ​ສິມ​ມາ ສັງກັດ​ຢູ່​ກອງ​ບັນຊາ​ການ ປກສ ​ເມືອງຊະນະ​ສົມບູນ

ທັງນີ້, ພັທ ສີວິ​ໄລ ​ແກ້ວ​ປະ​ເສີດ ​​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ວຽກ​ງານ​ການ​ເຄື່ອນ​ໄຫວ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ແຕ່​ລະສະ​ຫາຍທີ່​ຍາດ​ມາ​ໄດ້ ໃນ​ໄລຍະ​ຜ່ານ​ມາ, ​ເຊິ່ງມີ​ຜົນສຳ​ເລັດ​ຕາມ​ການ​ມອບ​ໝາຍ; ຈາກ​ນັ້ນ​, ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ບຳນານ​ໃນ​ຄັ້ງ​ນີ້ ​ເມື່ອກັບ​ຄືນ​ສູ້​ຖິ່ນ​ຖານຂອງ​ຕົນ​ແລ້ວ ຕ້ອງ​ເປັນ​ແບບຢ່າງ​ທີ່​ດີໃນ​ການ​ນຳພາ​ປຸກລະດົມ​ຂົນຂວາຍ​ພໍ່​-ແມ່​ປະປາ​ຊົນ​ພາຍ​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ ​ປ້ອງກັນຊາດ​-ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ຢູ່​ຂັ້ນ​ຮາກ​ຖານ​ມີ​ຄວາມ​ສະຫງົບ ແລະ ​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍໂດຍ​ພື້ນ​ຖານ.