ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ) ມອບອຸປະກອນດ້ານຄວາມປອດໄພທາງຫຼວງ ໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ, ຈະລາຈອນ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ໃນວັນທີ 10 ກັນຍາ 2021 ເພື່ອຮັບໃຊ້ເຂົ້າໃນວຽກງານໂຄສະນາ, ເຜີຍແຜ່, ປູກຈິດສຳນຶກ ແລະ ການບັງຄັບໃຊ້ກົດໝາຍ ພາຍໃຕ້ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ເໜືອ ( ສີເກີດ-ໂພນໂຮງ ).

+ ອຸປະກອນທີ່ມອບ-ຮັບໃນຄັ້ງນີ້ ມີທັງໝົດ 13 ລາຍການ ໂດຍເຄື່ອງທີ່ມອບໃນຄັ້ງນີ້ມີມູນຄ່າລວມ 501.474.000 ກີບ, ເຊິ່ງປະກອບມີດັ່ງນີ້:

  • ໂຕະ-ຕັ່ງ-ເຕັ້ນ 21 ຊຸດ
  • ຈວຍສະທ້ອນແສງ 420 ໜ່ວຍ
  • ກະບອງ 315 ອັນ
  • ໄຟສາຍ 315 ອັນ
  • ປ້າຍເຕືອນຈຸດກວດ 42 ປ້າຍ
  • ຫວໍ (ສີແດງ) 42 ໜ່ວຍ
  • ໄມ້ແມັດໃຊ້ວັດແທກສະຖານທີ່ເກີດເຫດ 42 ອັນ
  • ເຄື່ອງສາຍໂປຣເຈັກເຕີ້ 21 ເຄື່ອງ
  • ຜ້າສາກໂປຣເຈັກເຕີ້ 21 ຜືນ
  • ລໍາໂພງ 21 ໜ່ວຍ
  • ເຄື່ອງກວດຄວນດຳ-ຂາວ-ສຽງ 5 ເຄື່ອງ
  • ເສື້ອສະທ້ອນແສງ 500 ຜືນ

ຕາງໜ້າມອບໂດຍ ທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ແລະ ຮັບໂດຍ ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ພ້ອມທັງມີບັນດາພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດຽວກັນ, ທ່ານ ປອ ບຸນຕາ ອ່ອນນາວົງ ໄດ້ເນັ້ນໃຫ້ບັນດາພາກສ່ວນທີ່ໄດ້ຮັບເຄື່ອງໃນຄັ້ງນີ້ ຈົ່ງນໍາເອົາເຄື່ອງດັ່ງກ່າວໜູນໃຊ້ເຂົ້າໃນວຽກງານໂຄສະນາ, ເຜີຍແຜ່ກົດລະບຽບຈະລາຈອນ ແລະ ປູກຈິດສໍານຶກຄວາມປອດໄພທາງຫຼວງ ໂດຍສະເພາະແມ່ນຢູ່ຕາມເສັ້ນທາງເລກທີ 13 ເໜືອ ທີ່ກຳລັງລົງມືກໍ່ສ້າງປັບປຸງ ແລະ ສ້ອມແປງເສັ້ນທາງດັ່ງກ່າວ ໂດຍເລີ່ມແຕ່ສີເກີດ-ໂພນໂຮງ ເພື່ອເຮັດໃຫ້ຜູ້ນໍາໃຊ້ລົດ-ນໍາໃຊ້ເສັ້ນທາງດັ່ງກ່າວ ໄດ້ຮັບຮູ້ກົດລະບຽບຈະລາຈອນ ແລະ ໄພອັນຕະລາຍໃນການເກີດອຸບັດຕິເຫດຢູ່ຕາມທ້ອງຖະໜົນ ເພື່ອຮັບປະກັນໃຫ້ເສັ້ນທາງດັ່ງກ່າວທີ່ກຳລັງສ້ອມແປງຢູ່ນັ້ນ ບໍ່ມີອຸບັດຕິເຫດເກີດຂຶ້ນ ຫຼື ຖ້າເກີດກໍບໍ່ຮ້າຍແຮງເຖິງຂັ້ນເສຍຊີວິດ.