ຕະຫຼາດລາວອົດຊີ-ເອີລົບ ນະຄອນຫຼວງວຽງຈັນ ເຂັ້ມງວດໃນການກວດກາ ແລະ ຕິດຕາມການຂຶ້ນລາຄາສິນຄ້າຕາມໃຈ ໃນໄລຍະໂຄວິດ-19 ກໍາລັງລະບາດຮອບໃໝ່ ເປັນຕົ້ນແມ່ນປະເພດຊີ້ນ ແລະ ເຄື່ອງອຸປະໂພກຕ່າງໆ ເພື່ອອໍາຄວາມສະດວກໃຫ້ແກ່ຜູ້ຊື້ ແລະ ຜູ້ຂາຍ.

ທ່ານ ສົມຍົດ ຄໍາປະເສີດ ຮອງຫົວໜ້າຈັດສັນຕະຫຼາດລາວອົດຊີ-ເອີລົບ ໃຫ້ສໍາພາດໃນວັນທີ 22 ກັນຍານີ້ວ່າ:

ໃນໄລຍະທີ່ເຊື້ອພະຍາດໂຄວິດ-19 ກໍາລັງລະບາດໃນຮອບໃໝ່ ກໍຄືໃນປັດຈຸບັນນີ້, ຈັດສັນຕະຫຼາດຂອງພວກເຮົາ ແມ່ນໄດ້ເຂັ້ມງວດກວດກາ ແລະ ຕິດຕາມກ່ຽວການປັບລາຄາສິນຄ້າແຕ່ລະປະເພດຂຶ້ນ ເພື່ອຮັບປະກັນບໍ່ໃຫ້ຜູ້ຄ້າຂາຍສວຍໃຊ້ໂອກາດປັບລາຄາສິນຄ້າຕາມໃຈ ເປັນຕົ້ນແມ່ນ: ປະເພດຊີ້ນສັດ, ຜັກ, ໝາກໄມ້ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ເນື່ອງຈາກວ່າຕະຫຼາດດັ່ງກ່າວນີ້ ເປັນຕະຫຼາດທີ່ຄ້າຂາຍຍົກ-ຂາຍຍ່ອຍແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ.

ນອກນັ້ນ, ພາຍຫຼັງທີ່ມີການລະບາດຂອງເຊື້ອພະຍາດ ຕະຫຼາດຍັງໄດ້ວາງມາດຕະການເວລາປິດ-ເປີດຕະຫຼາດ ເຊິ່ງຈະເລີ່ມເປີດແຕ່ 6:00 ຈົນເຖິງ 19:00 ຂອງທຸກໆມື້ ຈາກປົກກະຕິແມ່ນເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ, ພ້ອມທັງໄດ້ຕິດຕັ້ງອ່າງລ້າງມື ແລະ ຈຸດກວດກາວັດແທກອຸນຫະພູມຫຼາຍກວ່າ 10 ຈຸດ ເພື່ອຮັບປະກັນໄດ້ຄວາມປອດໄພຂອງຜູ້ມາຊົມໃຊ້ບໍລິການ.