ວິສາຫະກິດຄຳເຫຼັກ ຮ່ວມກັບຄອບຄົວຜູ້ໃຈບຸນ ມອບເຄື່ອງຊຸກຍູ້ 2 ພາກສ່ວນ ຕ້ານພະຍາດໂຄວິດ-19

0
912

ວັນທີ 21 ກັນຍາ 2021 ກົມກິລາ ປກສ, ວິສາຫະກິດຄຳເຫຼັກຖ່າຍຮູບຕິດບັດເອກະສານນັກຮຽນ, ທ່ານ ສີວຽງແກ້ວ ທຳມະວົງ ຮ່ວມກັບທ່ານ ວິໄລສອນ ສີນວນເພົາ, ທ່ານ ນ ແສງມະນີ ສຸວັນນະເມທີ ໄດ້ຮ່ວມກັນມອບນໍ້າດື່ມ, ກາເຟ, ໂອວັນຕິນ, ມີ່ສຳເລັດຮູບ ແລະ ໄຂ່ ໃຫ້ຈຸດກວດກາພະຍາດໂຄວິດ ຈຳນວນ 2 ພາກສ່ວນ ຄື: ຈຸດກວດກາທາງເຂົ້າ-ອອກ 3 ແຍກດົງນາໂຊກໃຕ້-ໜອງບົວທອງ-ໜອງບຶກ ແລະ ພະແນກບໍລິຫານສັງລວມ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ.

ພັທ ສຸລິຍາ ສັງບຸດສະດີ ຫົວໜ້າ ປກສ ກຸ່ມໜອງດ້ວງ ເມືອງສີໂຄດຕະບອງ ກ່າວຮັບ ແລະ ກ່າວສະແດງຄຳຂອບໃຈ ມາຍັງວິສາຫະກິດຄຳເຫຼັກຖ່າຍຮູບຕິດບັດເອກະສານນັກຮຽນ ທ່ານ ສີວຽງແກ້ວ ທຳມະວົງ ຮ່ວມກັບ ທ່ານ ວິໄລສອນ ສີນວນເພົາ, ທ່ານ ນ ແສງມະນີ ສຸວັນນະເມທີ ໄດ້ນຳເອົາມອບນໍ້າດື່ມ, ກາເຟ, ໂອວັນຕິນ, ມີ່ສຳເລັດຮູບ ແລະ ໄຂ່ ມາມອບໃຫ້ຈຸດກວດກາພະຍາດໂຄວິດ-19 ຂອງພວກເຮົາ.

ເຊິ່ງການການປະກອບສ່ວນໃນຄັ້ງນີ້ຂອງພວກທ່ານ ເປັນການປະກອບສ່ວນທີ່ສຳຄັນຊ່ວຍອ້າຍ-ນ້ອງຂອງພວກເຮົາ ທີ່ພວມປະຕິບັດໜ້າທີ່ເພື່ອວຽກງານສ່ວນລວມ ໃນການສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ພ້ອມອວຍພອນໄຊໃຫ້ບັນດາທ່ານ ທີ່ນຳເຄື່ອງມາມອບໃນຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານໃນສ່ວນຕົວ ແລະ ຄອບຄົວ.

ນອກຈາກນີ້, ທ່ານ ພູມປັນຍາ ໄຊຊະນະ ພ້ອມຄະນະ ໄດ້ຕາງໜ້າໃຫ້ວິສາຫະກິດຄຳເຫຼັກຖ່າຍຮູບຕິດເອກະສານນັກຮຽນ ແລະ ທິມກິລາບານເຕະເພື່ອນຕຳຫຼວດ ກໍໄດ້ມອບເຄື່ອງປະກອບສ່ວນຊຸກຍູ້ໃຫ້ປ້ອມຕຳຫຼວດຈະລາຈອນ 4 ແຍກໄຟແດງໜອງໜ່ຽງ ເມືອງໄຊເສດຖາ. ເພື່ອປະກອບສ່ວນຊຸກຍູ້ໃຫ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່່ໃຫ້ມີແຮງກາຍ ແລະ ແຮງໃຈສູ້ຊົນຕໍ່ຕ້ານການສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19.

ຂ່າວ: ສຸກກັນຍາ ວົງຈັນມີ