ວິສາຫະກິດຄຳເຫຼັກ ແລະ ຄອບຄົວໃຈບຸນ ມອບເຄື່ອງຊຸກຍູ້ 3 ພາກສ່ວນຕ້ານໂຄວິດ-19

0
1050

ວັນທີ 27 ກັນຍາ ນີ້, ວິສາຫະກິດຄຳເຫຼັກຖ່າຍຮູບຕິດບັດເອກະສານນັກຮຽນ,ທ່ານ ສີວຽງແກ້ວ ທຳມະວົງ, ທ່ານ ວິໄລພອນ ສີນວນເພົາ, ທ່ານ ນາງ ແສງມະນີ ສຸວັນນະເມທີ, ທ່ານ ພູມປັນຍາ ໄຊຊະນະ ແລະ ທິມກິລາເພື່ອຕຳຫຼວດ ໄດ້ຮ່ວມກັນມອບນໍ້າດື່ມ,ເຈວລ້າງມື, ຜ້າອັດປາກ, ໝີ່ສຳເລັດຮູບ, ຊາ, ກາເຟ ແລະ ໂອວັນຕິນ ໃຫ້ຫ້ອງການເມືອງ ຫ້ອງວ່າການກະຊວງ ປກສ,ຈຸດກວດກາບ້ານໂນນສະຫງ່າ ເມືອງໄຊເສດຖາ ແລະ ກຸ່ມ ສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລວມມູນຄ່າ 2.550.000 ກີບ.

ພັທ ນາງ ກົງຈີນ ລິນາວົງ ຄະນະຫ້ອງການເມືອງ ຫ້ອງວ່າການກະຊວງ ປກສ ໄດ້ຕ່າງໜ້າໃຫ້ຄະນະຫ້ອງການເມືອງ ຮັບເຄື່ອງຊຸກຍູ້ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ວິສາຫະກິດຄຳເຫຼັກຖ່າຍຮູບຕິດບັດເອກະສານນັກຮຽນ, ທ່ານ ສີວຽງແກ້ວ ທຳມະວົງ,ທ່ານ ທ່ານພູມປັນຍາ ໄຊຊະນະ ແລະ ທິມກິລາເພື່ອນຕຳຫຼວດ ທີ່ນຳເອົາເຄື່ອງດັ່ງກ່າວມາຊຸກຍູ້ ເພື່ອປະກອບສ່ວນເຂົ້າໃນວຽກງານສະກັດກັ້ນການແພ່ລະ ບາດຂອງພະຍາດໂຄວິດ-19.

ໃນໂອກາດນີ້,ພັທ ນາງ ກົງຈີນ ລິນາວົງ ຍັງໃຫ້ກຽດມອບໃບກຽດຕິຄຸນ, ພ້ອມອວຍພອນໄຊ ໃຫ້ບັນດາທ່ານ ທີ່ນຳເຄື່ອງມາມອບໃນຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານໃນສ່ວນຕົວ ແລະ ຄອບຄົວ.

ທ່ານ ສີວຽງແກ້ວ ທຳມະວົງ ກ່າວວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້ ໂດຍໄດ້ສົມທົບກັບຫຼາຍພາກສ່ວນ ເປັນຕົ້ນຄອບຄົວຜູ້ໃຈບຸນ ທີ່ໄດ້ປະ ກອບສ່ວນເປັນວັດຖຸສິ່ງຂອງ ເພື່ອລະດົມມາມອບໃຫ້ແກ່ການຈັດຕັ້ງ ແລະ ໜ່ວຍງານສະເພາະກິດຂັ້ນບ້ານທີ່ປະຕິບັດໜ້າທີ່ຕ້ານການແພ່ລະບາດຂອງພະຍາດໂຄວິດ-19.

ຂ່າວ: ສຸກກັນຍາ ວົງຈັນມີ