ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງສຸຂຸມາ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 6 ມີນາ 2021 ເວລາ 14:00 ໂມງ ໄດ້ຮັບການແຈ້ງຄວາມຈາກຜູ້ຖືກເສຍຫາຍ ຢູ່ບ້ານບຸ່ງແກ້ວ ວ່າມີຄົນຮ້າຍມາລັກເອົາລົດຈັກເວັບໄອ ສີແດງ-ດຳ ບໍ່ມີປ້າຍທະບຽນ ທີ່ຈອດໄວ້ໜ້າເຮືອນ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງກຳລັງວິຊາສະເພາະລົງເກັບກຳຂໍ້ມູນ ແລະ ຕິດຕາມເປົ້າໝາຍ ຈຶ່ງສາມາດກັກຕົວຜູ້ຖືກຫາຊື່ ທ້າວ ເຈ ອາຍຸ 20 ປີ ແລະ ທ້າວ ເຕ້ຍ ອາຍຸ 21 ປີ ທັງ 2 ຄົນຢູ່ບ້ານຫ້ວຍແຫ່ ເມືອງສຸຂຸມາ ໄປດຳເນີນຄະດີ.

+ ຜ່ານການສືບສວນ-ສອບສວນຂອງ ເຈົ້າໜ້າທີ່ວິຊາສະເພາະ ພວກກ່ຽວສາລະພາບວ່າ:

ໄດ້ເຄື່ອນໄຫວລັກຊັບພົນລະເມືອງທັງໝົດ 5 ຄັ້ງ:

  • ຄັ້ງທີ 1: ວັນທີ 17 ມັງກອນ 2021, ພວກກ່ຽວໄດ້ເຄື່ອນໄຫວລັກຊັບ (​ເງິນ) ​ຂອງ​ປະຊາຊົນ ຢູ່​ບ້ານບຸ່ງ​ແກ້ວ ​ເມືອງ​ສຸຂຸມາ​ ​ໄດ້​ເງິນ​ຈຳນວນ 692.000 ກີບ;
  • ຄັ້ງ​ທີ 2: ວັນທີ 5 ມີນາ 2021, ​ໄດ້​ຂັບ​ຂີ່​ລົດຈັກ​ເວັບຮ້ອຍ ສີຂຽວ (ບໍ່​ມີ​ປ້າຍ​ທະບຽນ​) ພາ​ກັນໄປ​ລັກ​ຊັບ​ຢູ່​ບ້ານອຸທຸມພອນ ​ເ​ມື​ອງສຸຂຸມາ ​ໄດ້​ລົດຈັກ​​ເວັບ​ໄອ ສີ​ແດງ-​ດຳ (ບໍ່​ມີ​ປ້າຍ​ທະບຽນ);
  • ຄັ້ງ​ທີ 3: ວັນ​ທີ 18 ມີນາ 2021, ພວກ​ກ່ຽວ​ໄດ້​ເຄື່ອນ​ໄຫວ​ລັກ​ຊັບ​ປະຊາຊົນ​ອີກ ຢູ່​ເຂດ​ບ້ານບຸ່ງ​ແກ້ວ ​​ໄດ້​ເງິນ 3.000.000 ກີບ, ​ເງິນ​ບາດ 2.000 ບາດ ແລະ ​ໂທລະສັບ 2 ໜ່ວຍ;
  • ຄັ້ງ​ທີ 4: ໄດ້ພາກັນໄປລັກລົດຈັກ ​ຢູ່​ເຂດ​ບ້ານຫ້ວຍ​ແຫ່ ​ເມືອງ​ສຸຂຸມາ ​​ໄດ້​ລົດຈັກ​ຫຍີ່ຫໍ້ຈົງ​ຊິນ ສີດຳ ຈຳ​ນວນ 1 ຄັນ;
  • ຄັ້ງ​ທີ 5: ວັນ​ທີ 18 ​ເມສາ 2021, ​ໄດ້​ພາກັນໄປລົດຈັກຫຍີ້ຫໍ້ MSX ສີຂຽວອ່ອນ ຢູ່​​ເຂດ​ບ້ານຫ້ວຍ​​ ພາຍຫຼັງທີ່ໄດ້ເຄື່ອງມາແລ້ວ ກໍເອົາໄປຂາຍເອົາເງິນແລ້ວໄປຊື້​ຢາ​ເສບ​ຕິດ​ມາ​ເສບ​ ແລະ​ ໃຊ້​ຈ່າຍ​ຫຼິ້ນ​ກິນ​ຟຸມ​ເຟືອຍ​ຈົນ​ໝົດ.

ມາຮອດວັນທີ 19 ເມສາ 2021, ພວກກ່ຽວຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ.