ເມື່ອວັນທີ 24 ກັນຍາ ຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ຈັດພິທີທຳລາຍສິນຄ້າເຊື່ອມຄຸນ, ໝົດອາຍຸການນຳໃຊ້, ລອກຮຽນແບບ, ເກືອດຫ້າມ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ທີ່ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຢຶດມາໄດ້ໃນໄລຍະຜ່ານມາ ເຊິ່ງປະກອບມີ:

ນ້ຳມັນເຄື່ອງລອກຮຽນແບບ ຈຳນວນ 20 ແກັດ, ແປ້ງນົວລອກຮຽນແບບ ຈໍານວນ 99 ຖົງ, ສິນຄ້າໝົດອາຍຸການນໍາໃຊ້ ຈໍານວນ 20 ລາຍການ, ຢາສູບນຳເຂົ້າບໍ່ຖືກຕ້ອງ ຈຳນວນ 177 ຊອງ, ຢາຂ້າຫຍ້າກາໂມກໂຊນ (ສິນຄ້າຕ້ອງຫ້າມ) ຈຳນວນ 20 ຕຸກ ລວມມູນຄ່າທັງໝົດ 22.891.000 ກີບ ມາທຳລາຍຖິ້ມ.

ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ທ່ານ ສອນທະນູ ສິງດາລາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ມີຕາງໜ້າຈາກພະແນກການ, ອົງການ, ຂະແໜງ ການທີ່ກ່ຽວຂ້ອງ ພ້ອມດ້ວຍເຈົ້າໜ້າທີ່ກວດກາການຄ້າ ເຂົ້າຮ່ວມ.