ເບິ່ງຈາກຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່່ວປະເທດ ໃນວັນທີ 1 ຕຸລາ 2021 ແລ້ວມັ້ນໜ້າເສົ້າໃຈ ເຫັນວ່ານັບມື້ເພີ່ມຂຶ້ນ ແລະ ມີຜູ້ເສຍຊີວິດເພີ່ມອີກ 1 ຄົນ. ແຕ່ຈາກຂ່າວ ຮ້າຍນັ້ນ ກໍຍັງມີຂ່າວດີເພາະມີຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ 235 ຄົນ.

ຕາມການຖະແຫຼງຂ່າວຂອງຄະນະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຖະແຫຼງ ໃນຕອນເຊົ້າຂອງວັນທີ 2 ຕຸລາ ນີ້ວ່າ: ສະພາບການຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາໃນປັດຈຸບັນ ເຫັນວ່າມີຕົວເລກຕິດເຊື້ອໃນຊຸມຊຸມເພີ່ມຂຶ້ນຫຼາຍ, ໃນວັນທີ 1 ຕຸລາ 2021 ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 6.709 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 606 ຄົນ ໃນນີ້ຕິດເຊືອໃນຊຸມຊົນ 601 ຄົນ ແລະ ນຳເຂົ້າ 5 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອສະສົມ ມາຮອດປັດຈຸບັນແມ່ນ 24.916 ຄົນ ແລະ ຂ່າວຮ້າຍເສຍຊີວິດໃໝ່ເພີ່ມອີກ 1 ຄົນ ເຮັດໃຫ້ຕົວເລກຜູ້ເສຍຊີວິດສະສົມຢູ່ທີ 21 ຄົນ.

ທ່າມການຂ່າວຮ້າຍນັ້ນ ກໍຍັງມີຂ່າວດີ ມື້ວານນີ້ມີຜູ້ຕິດເຊື້ອໄດ້ຮັບການປິ່ນປົວຈົນຫາຍດີ ຈຳນວນ 235 ຄົນ. ມາຮອດປັດຈຸບັນ, ຈຳນວນຜູ້ປິ່ນປົວຫາຍດີແລ້ວທັງໝົດ 18.431 ຄົນ ກວມເອົາ 73,9% ຂອງຜູ້ຕິດເຊື້ອທັງໝົດ.