ນັບແຕ່ວັນທີ 30 ກັນຍາ ຫາ ວັນທີ 1 ຕຸລາ 2021, ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນແຂວງຄໍາມ່ວນ ເລີ່ມມີທ່າອ່ຽງຫຼຸດລົງເປັນທີ່ໜ້າພໍໃຈ ເຮັດໃຫ້ປະຊາຊົນພາຍໃນແຂວງເລີ່ມຜ່ອນຄາຍຄວາມສັບສົນ ແລະ ເຫັນຄວາມຫວັງອີກຄັ້ງໜຶ່ງ ຫຼັງຈາກທີ່ມີການຕິດເຊື້ອເປັນຈໍານວນຫຼາຍ ແລະ ແພ່ຂະຫຍາຍເປັນວົງກວ້າງໄປສູ່ເມືອງອື່ນໆໃນໄລຍະຫຼາຍວັນທີ່ຜ່ານມາ ( ຍົກເວັ້ນເມືອງນາກາຍ ).

ທ່ານ ດຣ. ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ຕາງໜ້າກອງເລຂາ ຄະນະສະເພາະກິດຂັ້ນແຂວງ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ລາຍງານສະພາບການແພ່ລະບາດຂອງພະຍາດດັ່ງກ່າວ ປະຈໍາວັນທີ 1 ຕຸລາ 2021 ວ່າ : ຈໍານວນຕົວຢ່າງທັງໝົດທີ່ກວດປະຈໍາວັນຢູ່ໂຮງໝໍແຂວງຄໍາມ່ວນມີ 173 ຕົວຢ່າງ, ເຊິ່ງໄດ້ກວດພົບຜູ້ຕິດເຊື້ອໃໝ່ 8 ຄົນ. ໃນນັ້ນ, ກໍລະນີຕິດເຊື້ອໃໝ່ໃນຊຸມຊົນມີ 5 ຄົນ , ນໍາເຂົ້າໃໝ່ມີ 3 ຄົນ . ກໍລະນີຕິດເຊື້ອຢູ່ຊຸມຊົນແມ່ນເກີດຂຶ້ນຢູ່ສະເພາະເມືອງທ່າແຂກເທົ່ານັ້ນ; ເຊິ່ງມີ 5 ບ້ານ ຄື : ບ້ານສົມສະອາດ , ບ້ານນາດິນຈີ່ , ບ້ານໜອງບົວຄໍາ , ບ້ານເລົ່າງົວ ແລະ ບ້ານເລົ່າໂພໄຊບ້ານລະ 1 ຄົນ.  ສໍາລັບໃນໄລຍະເວລາ 2 ວັນຜ່ານມາແມ່ນບໍ່ມີກໍລະນີຕິດເຊື້ອຢູ່ໂຮງງານເກືອກາລີ ລາວຄາຍຢວນ ນັບແຕ່ວັນທີ 23 ກັນຍາ 2021; ເຊິ່ງເປັນມື້ເລີ່ມຕົ້ນຂອງການລະບາດຈົນເຖິງວັນທີ 29 ກັນຍາ 2021  ຢູ່ໂຮງງານລາວຄາຍຢວນ ມີຜູ້ຕິດເຊື້ອສະສົມລວມ 506 ຄົນ, ສ່ວນວັນທີ 30 ກັນຍາ ເຖິງວັນທີ 1 ຕຸລາ 2021 ແມ່ນບໍ່ມີການກວດພົບຜູ້ຕິດເຊື້ອຢູ່ໂຮງງານດັ່ງກ່າວແຕ່ຢ່າງໃດ .

ສະເພາະບ້ານແດງໃນທົ່ວແຂວງຄໍາມ່ວນ ມື້ນີ້ມີທັງໝົດ 45 ບ້ານຄືເກົ່າ . ໃນນີ້, ເມືອງທ່າແຂກ ເປັນເມືອງເທດສະບານແຂວງ ຍັງມີຈໍານວນຜູ້ຕິດເຊື້ອລາຍວັນ ແລະ ສະສົມຫຼາຍກວ່າໝູ່ໃນຈໍານວນບັນດາເມືອງ ໃນທົ່ວແຂວງຢູ່ເຖິງ 36 ບ້ານຄືເກົ່າ, ເມືອງເຊບັ້ງໄຟ, ເມືອງໜອງບົກ, ເມືອງບົວ ລະພາ ແລະ  ເມືອງມະຫາໄຊ ມີເມືອງລະ 2 ບ້ານຄືເກົ່າ, ສ່ວນເມືອງໄຊບົວທອງ ແມ່ນມີ 1 ບ້ານຄືເກົ່າ. ແຕ່ກໍລະນີເມືອງໜອງບົກ ມື້ວານແມ່ນມີກໍລະນີຜູ້ຕິດເຊື້ອມີ 1​ ຄົນ, ມີ 1 ບ້ານຄື: ບ້ານດົງຄຸງ .

ມາຮອດປັດຈຸບັນ, ທົ່ວແຂວງຄຳມ່ວນ ມີຈໍານວນຜູ້ຕິດເຊື້ອສະສົມ 2.526 ຄົນ, ປິ່ນປົວຫາຍດີສະສົມ 1.699 ຄົນ ແລະ ກໍາລັງປິ່ນປົວຢູ່ 826 ຄົນ ແລະ ເສຍຊີວິດສະສົມ 1 ຄົນ.

ສໍາລັບການສັກຢາວັກແຊັງປ້ອງກັນພພະຍາດໂຄວິດ-19 ມາຮອດວັນທີ 25 ກັນຍາຜ່ານມາ, ທົ່ວແຂວງຄຳມ່ວນ ສັກເຂັມທີ 1 ໄດ້ຈໍານວນ 175.193 ຄົນ , ເຂັມທີ 2 ສັກໄດ້ຈໍານວນ 112.890 ຄົນ ທຽບໃສ່ປະຊາກອນເປົ້າໝາຍສັກ ໄດ້ເຂັມທີ 1 ກວມເອົາ 63,7 % ແລະ ເຂັມທີ 2 ກວມເອົາ  41 %. ຜ່ານການປະເມີນຄວາມສ່ຽງຜ່ານ ມາເຫັນວ່າ ລະດັບການລະບາດແມ່ນຢູ່ໃນລະດັບ 3 ຍັງມີການແພ່ລະບາດຢູ່ໃນຊຸມຊົນເປັນວົງກວ້າງ, ອັດຕາການຕິດເຊື້ອໃນຊຸມຊົນ ເລີ່ມແຕ່ວັນທີ 31 ສິງຫາ ຫາວັນທີ 13 ກັນຍາ 2021, ແມ່ນຢູ່ໃນລະດັບ 17% ຖດຍອີງຕາມການປະເມີນຄືນ.

ສຳລັບການກວດຫາເຊື້ອຕາມຈຸດຕ່າງໆ ທີ່ຄະນະສະເພາະກິດໄດ້ກຳນົດມີ ຄື:

1. ຕຶກສຸກເສີນໂຮງໝໍແຂວງ: ເລີ່ມແຕ່ຕອນເຊົ້າແຕ່ເວລາ 9:00 ໂມງ ຫາ 11:30 ໂມງ, ຕອນບ່າຍ 14:00 ໂມງ ຫາ 15:00 ໂມງ ທຸກໆວັນ (ແຕ່ວັນຈັນຫາວັນອາທິດ).

2. ໂຮງຮຽນມໍຕົ້ນຈອມທອງ: 8:00 ຫາ 11 : 30 ໂມງ.

ເພື່ອຮັບຮູ້ຂໍ້ມູນຂ່າວສານທີ່ຖຶກຕ້ອງເປັນທາງການ ສາມາດຕິດຕາມໄດ້ຈາກເຟສບຸກຂອງ ຄະນະສະ ເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງຄຳມ່ວນ ແລະ ສາມາດສອບຖາມ ໄດ້ທີ່ເບີສາຍດ່ວນໂທ 051 165 ແລະ 051 166.