ກອງບັນຊາການ ປກສ ແຂວງເຊກອງໄດ້ຈັດພິທີປະກາດ ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ປະທານກວດກາຄະນະພັກຮາກຖານ, ໜ່ວຍພັກຮາກ ຖານ ແລະ ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ໃນວັນທີ 30 ກັນຍາ ຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົຈວ ສົມໄຊ ພູລະຄຳມະນີ  ຄະນະປະຈຳພັກແຂວງ ເລຂາພັກ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີ ຄະນະພັກ-ຄະນະກອງ 7 ຫ້ອງ, 1 ກອງພັນ, 1 ຄ້າຍ ເຂົ້າຮ່ວມ.

ສະຫາຍ ພັທ  ແສງວົງຈອນ ດາວລາສິງ ໄດ້ຜ່ານມະຕິຕົກລົງເລກທີ 537/ຄຈພ.ປກສ, ວັນທີ 17  ກັນຍາ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ປະທານກວດກາ ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ບັນດາໜ່ວຍພັກທີ່ຂືນກັບຄະນະພັກຮາກຖານ; ໃນນັ້ນ, ແຕ່ງຕັ້ງ ສະຫາຍ ພັທ ແສງເດືອນ ແກ້ວເມກ ເປັນເລຂາຄະນະພັກຖານ ແລະ ສະຫາຍ ພັທ ພອນປະເສີດ ໜື່ນວິເສດ ເປັນຮອງເລຂາຄະນະພັກຮາກຖານຫ້ອງພະລາທິການ; ສະຫາຍ ພັຕ ແສງອາທິດ ສິງຫາລາດ ເປັນຄະນະພັກຮາກຖານຫ້ອງການກອງບັນຊາການ; ສະຫາຍ ພັຕ ບຸນມີ ສາຍຈູມມະລີ  ເປັນປະທານກວດກາຄະນະພັກຮາກຖານຫ້ອງຕຳຫຼວດ; ສະຫາຍ  ພັທ ສຸກັນ ແກ້ວດວງສີ ເປັນຄະນະພັກຮາກຖານກອງພັນປ້ອງກັນເຄື່ອນທີ່.  ບັນດາໜ່ວຍພັກຮາກຖານ ມີຄື: ແຕ່ງຕັ້ງສະຫາຍ  ພັທ ຈັນທອນ ພົງວິຈິດ ເປັນເລຂາໜ່ວຍພັກຮາກຖານຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ສະຫາຍ ພັທ ສົມຫວັງ ກວດແກ້ວມະນີວົງ ເປັນເລຂາຮາກຖານ ແລະ ສະຫາຍ ພັທ ມູນສະຫວັດ ສີລິວັດ ເປັນປະທານກວດກາໜ່ວຍພັກຮາກຖານໜ່ວຍພັກຮາກຖານຄ້າຍຄຸມຂັງ-ດັດສ້າງ, ບັນດາໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານມີຄື: ແຕ່ງຕັ້ງ  ສະຫາຍ ພັຕ ແສງອາທິດ ສິງຫາລາດ ເປັນເລຂາໜ່ວຍພັກຮາກຖານສື່ສານ-ກົດລັບ; ສະຫາຍ ພັທ ແສງເດືອນ ແກ້ວເມກ ເປັນເລຂາໜ່ວຍພັກຫ້ອງການ-ການເງີນ; ສະຫາຍ ພອນປະເສີດ ໜື່ນວິເສດ ເປັນເລຂາໜ່ວຍພັກເຕັກນິກ-ຍຸດໂທ,) ສະຫາຍ ພັຕ ບຸນມີ ສາຍຈູມມະລີ  ເປັນເລຂາໜ່ວຍພັກຫ້ອງການ ( ຫ້ອງຕຳຫຼວດ); ສະຫາຍ ພັທ ສຸກັນ ແກ້ວດວງສີ ເປັນເລຂາໜ່ວຍພັກປ້ອງກັນເຄືອນທີ່; ສະຫາຍ ພັທ ວຽງໄຊ ສີລາເພັດ ເປັນເລຂາໜ່ວຍພັກ ແລະ ສະຫາຍ ພັຕ ພອນສະຫວັນ ແກ້ວມະນີວົງ ເປັນຮອງເລຂາໜ່ວຍພັກຫ້ອງການ ( ຫ້ອງສັນຕິບານ ). ນອກຈາກນີ້, ຍັງໄດ້ຜ່ານມະຕິຕົກລົງ ເລກທີ 441/ຄຈພ.ປກສ.ຊກ ຂອງຄະນະປະຈຳພັກກອງບັນຊາການ ປກສ ແຂວງວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາ ແລະ ກຳມະການຄະນະພັກຮາກຖານຫ້ອງສັນຕິບານ, ສະຫາຍ ພັທ ຄຳນັບ ຈະເລີນສຸກ ເປັນຮອງເລຂາຄະນະພັກຮາກຖານ ແລະ ພັຕ ພອນສະຫວັນ ແກ້ວມະນີວົງ ເປັນກຳມະການຄະນະພັກຮາກຖານ, ມະຕິຕົກລົງ ເລກທີ 547/ຄຈພ.ປກສ.ຊກ ຂອງຄະນະປະຈຳພັກກອງບັນຊາການ ປກສ ແຂວງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກຄົ້ນຄວ້າສັງລວມ-ບໍລິຫານ ແລະ ຮອງເລຂາໜ່ວຍພັກສື່ສານ-ກົດລັບ ທີ່ຂື້ນກັນຄະນະພັກຮາກຖານຫ້ອງການກອງບັນຊາການ, ສະຫາຍ ພັທ ສົມບູນ ສຸກສະຫວັດ ເປັນເລຂາໜ່ວຍພັກຄົ້ນຄວ້າສັງລວມ-ບໍລິຫານ, ສະຫາຍ ພັທ ພອນສະຫວັນ ສີຫາພົມ ເປັນຮອງເລຂາໜ່ວຍພັກສື່ສານ-ກົດລັບ.

ສະຫາຍ ພົຈວ ສົມໄຊ ພູລະຄຳມະນີ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ໄດ້ສະແດງຄວາມຍ້ອງຍໍ,​ ຕໍ່ກັບຜົນງານທີ່ຍາດມາໄດ້ ການບົ່ງຕົວແຕ່ງຕັ້ງ ຄັ້ງນີ້ ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໂດຍອີງໃສ່ຄວາມຮູ້ຄວາມສາມາດຂອງພະນັກງານ ແມ່ນກົດເກນພາວະວິໃສໃນການສັບຊ້ອນໝູນວຽນຂອງພະນັກງານ ເຊິ່ງໃຫ້ເອົາໃຈໃສ່ຄວາມສາມັກຄີ, ຄວາມເປັນເອກະພາບໃນການຄົງຕົວ ແລະ ການຂະຫຍາຍຕົວຂອງກົມກອງ, ຈໍາກັດຂໍ້ຂັດແຍ່ງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຈາກນັ້ນກໍ່ໄດ້ຮຽກຮ້ອງໃຫ້ພະນັກງານຜູ້ທີ່ໄປຮັບໜ້າທີ່ ໃໝ່ແຕ່ລະກົມກອງຈົ່ງເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກໃຫ້ຮັດກຸມຂື້ນຕື່ມ, ຍົກສູງຄວາມຮັບຜິດຊອບ ພ້ອມກັນເຮັດໜ້າທີ່ຕາມການຈັດຕັ້ງພັກ-ລັດມອບໝາຍໃຫ້.

ຂ່າວ: ວິຈັນດາ