ໃນວັນທີ 30 ກັນຍາ ທີ່ຜ່ານມານີ້, ຫ້ອງຕໍາຫຼວດ ປກສ ແຂວງເຊກອງ ໄດ້ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ, ມີ ຮອ ທອງຂາວ  ສະຫວັດດີໄຊ ຮອງພະແນກສະກັດກັນ ແລະ ຕ້ານຢາເສບຕິດ, ຮທ ຈຸນິມະນີ ສະແຫວງຖານ ຮອງໜ່ວຍງານກອງໂຄສະນາ ແລະ ອຳນາດການປົກຄອງບ້ານ-ນາຍ, ພໍ່-ແມ່ ເຂົ້າຮ່ວມ.

ຮທ ຈຸນິມະນີ ສະແຫວງຖາມ ຮອງໜ່ວຍງານກອງໂຄສະນາ ໃຫ້ຮູ້ວ່າ: ບັນຫາຢາເສບຕິດຢູ່ໃນສັງຄົມເວົ້າລວມ,ເວົ້າສະເພາະແຂວງເຊກອງ ໄດ້ແພ່ລະບາດເປັນວົງກວ້າງແຕ່ຕົວເມືອງໄປສູ່ຊົນນະບົດໃນຫຼາຍລະດັບທີ່ແຕກຕ່າງກັນ, ເຊິ່ງເປັນໜຶ່ງໃນສາເຫດທີ່ກໍ່ໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກຳປະເພດຕ່າງໆ,ໃນແຕ່ລະປີຕົວເລກການກະທຳຜິດເພີ່ມຂຶ້ນທາງດ້ານຈຳນວນເລິກແລບທາງດ້ານກົນອຸບາຍເລ່ຫຼ່ຽມ, ການເຄື່ອນໄຫວມີການຈັດຕັ້ງເປັນເຄືອຂ່າຍ, ເປັນກຸ່ມແກ້ງອິດທິພົນໃນລະດັບທີ່ແຕກຕ່າງກັນ, ຕະຫຼອດໄລຍະຜ່ານມາ ຄະພັກ-ຄະນະບັນຊາ ໄດ້ນຳໃຊ້ຫຼາຍມາດຕະການ ເພື່ອກວດກາ, ຄວບຄຸມ ແລະ ສະກັດກັ້ນແກ້ໄຂບັນຫາຢາເສບຕິດ ຖືເອົາການແກ້ໄຂບັນຫາດັ່ງກ່າວເປັນວຽກໜຶ່ງທີ່ສຳຄັນ ເຊິ່ງມີທັງຜົນງານ, ດ້ານຕັ້ງໜ້າແຕ່ພ້ອມດຽວກັນນັ້ນກໍຍັງມີບາງດ້ານທີ່ຍັງຄົງຄ້າງເປັນຕົ້ນແມ່ນຄວາມຮັບຮູ້-ເຂົ້າໃຈຂອງປະຊາຊົນອົງການປົກຄອງຂັ້ນຕ່າງໆຕໍ່ຜົນຮ້າຍ, ຄວາມເປັນອັນຕະລາຍຂອງບັນຫາຢາເສບຕິດບໍ່ທັນເລິກເຊິ່ງ ແລະ ບໍ່ທັນມີສ່ວນຮ່ວມໃນການແກ້ໄຂລະບົບກົດໝາຍ,ນິຕິກຳຕ່າງໆທີ່ກຽ່ວຂ້ອງ ເຖິງວ່າມີ ແຕ່ບໍ່ທັນຄົບຊຸດ ແລະ ຍັງມີຊ່ອງຫວ່າງ ເຊິ່ງເຮັດໃຫ້ສົງຝົນເສຍຫາຍຕໍ່ ຊິວີດ ແລະ ຊັບສິນ ຂອງພໍ່ແມ່-ຍາດຕິພີນ້ອງ, ຜູ້ທີ່ຕິດຢາເສບຕິດກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ເກີດຂຶ້ນໃນສັງຄົມ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ, ເມື່ອມີຜູ້ຕິດຢາຫຼາຍເທົ່າໃດສັງ ຄົມຍິ່ງມີຄວາມວຸ້ນວາຍ ເພາະຜູ້ຕິດຢາເສບຕິດຈະມີການກະທຳເຊັ່ນ: ຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ຂ້າເຈົ້າເອົາຂອງ, ກໍ່ອາລະວາດຕີກັນ, ຂີ່ລົດກວນເມືອງ ກາຍເປັນນັກເລງອັນທະພານໂດຍບໍ່ເຄົາບົບລະບຽບກົດໝາຍ ຂອງບ້ານເມືອງ ພາໃຫ້ເກີດບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ.

 ດັ່ງນັ້ນ, ເຈົ້າໜ້າທີ່ ພະແນກກວດກາ, ຄວບຄຸມຢາເສບຕິດ ຈຶ່ງໄດ້ນໍາພວກກຽ່ວມາສຶກສາອົບຮົມເພື່ອໃຫ້ເຂົ້າເຈົ້າມີການປຽ່ນແປງທຸກການກະທຳຜິດຂອງຕົນທີ່ຜິດໃນໄລຍະຜ່ານມາ, ບໍ່ໃຫ້ມີແນວຄິດຄຽດແຄ້ນ ແລະ ອັກຄະຕິຕໍ່ເຈົ້າໜ້າທີ່ ຫຼື ບຸກຄົນໃດໜຶ່ງທາງນອກ, ໃຫ້ຢຸດເຊົາມົ້ວສຸມສິ່ງເສບຕິດທຸກປະເພດ (ຢາບ້າ, ສານລະເຫີຍທຸກປະເພດ), ຂໍ້ຫ້າມກຽ່ວກັບຢາເສບຕິດມີ ຫ້າມປູກ, ຜະລິດ, ປຸງແຕ່ງຄ້າ-ຂາຍ, ຈຳໜ່າຍ, ຄອບຄອງ, ຂົນສົ່ງ, ນຳເຂົ້າສົ່ງອອກ ຫຼື ນຳຜ່ານ ສປປ ລາວ ຢາເສບຕິດໂດຍບໍ່ຖືກຕ້ອງຕາມກົດໝາຍ, ຫ້າມເສບ ຫຼື ຈັດບໍລິການໃຫ້ເສບ, ຊຸກຍູ້, ສົງເສີມ,ຫຼອກລວງ ແລະ ບັງຄັບຜູ້ອື່ນໃຊ້ຢາເສບຕິດໂດຍບໍ່ຖືກຕ້ອງຕາມກົດໝາຍ, ຫ້າມປິດບັງ, ປົກປ້ອງ ຫຼື ຊຸກເຊື່ອງສະມາຊິກໃນຄອບຄົວ ຫຼື ບຸກຄົນອື່ນໆທີ່ຕິດຢາເສບ ຕິດ, ຫ້າມຂັດຂວາງ, ນາບຂູ່, ແກ້ແຄ້ນຜູ້ເຂົ້າຮ່ວມໃນການສະກັດກັ້ນ ແລະຕ້ານຢາເສບຕິດ ແລະ ການປິ່ນປົວຜູ້ຕິດຢາເສບຕິດ,ຫ້າມໂຄສະນາກະຕຸກຊຸກຍູ້ການເສບຢາເສບຕິດໂດຍບໍ່ຖືກຕ້ອງຕາມກົດໝາຍທຸກຮູບແບບລວມທັງອິນເຕີເນັດ, ສະນັ້ນ ທາງເຈົ້າໜ້າພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງໄດ້ສ້າງບົດບັນທຶກສຶກສາອົບຮົມໃຫ້ພວກກ່ຽວທັງ 6 ຄົນ, ເພື່ອເປັນຫຼັກຖານໃນຄັ້ງຕໍ່ໄປ. ໃນຕອນທ້າຍ, ເຈົ້າໜ້າທີ່ ຍັງໄດ້ມອບລົດຈັກຄືນໃຫ້ເຈົ້າຂອງເດີມ ຈຳນວນ 4 ຄັນ.

ຂ່າວ: ວິຈັນດາ