ພັຕ ເພັງ ສຸວັນໄຊ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງຫຼວງນໍ້າທາ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄຳສັ່ງເລກທີ 15 ແລະ ແຈ້ງການຂອງກອງບັນຊາການ ປກສ ແຂວງ ກໍຄືກອງບັນຊາການ ປກສ ເມືອງຫຼວງນໍ້າທາ ໄດ້ວາງມາດຕະການໂດຍການຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງ ແລະ ແຕ່ງຕັ້ງພະນັກງານລົງປະຈຳຈຸດດັ່ງກ່າວຢູ່ເຂດບ້ານຈະເລີນສຸກ ເພື່ອສະກັດກັ້ນ ແລະ ປ້ອງກັນການແພ່ລະບາດຂອງພະຍາດໂຄວິດ 19, ເຊິ່ງເຂດດັ່ງກ່າວເປັນເສັ້ນທາງຜ່ານລະຫວ່າງນໍ້າທາ-ແຂວງບໍ່ແກ້ວ ທີີ່ມີຄວາມສ່ຽງ.

ສຳລັບການກວດກາຜູ້ທີ່ເຄື່ອນໄຫວເຂົ້າ-ອອກຜ່ານຈຸດດັ່ງກ່າວ, ຄະນະພວກເຮົາກໍໄດ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດ, ຖືກຕ້ອງຕາມທິດຊີ້ນຳຂອງຂັ້ນເທິງ ເວົ້າລວມເວົ້າສະເພາະ ກໍຄືຄະນະສະກິດຂັ້ນແຂວງ ແລະ ເມືອງ. ໃນນັ້ນ, ຕ້ອງມີເອກະສານການເຄື່ອນໄຫວເຂົ້າ-ອອກ ທີ່ຖືກຕ້ອງຈາກຄະນະສະເພາະກິດ ຈຶ່ງສາມາດໃຫ້ເດີນທາງຜ່ານໄດ້. ສຳລັບວຽກງານໂຄສະນາສຶກສາອົບຮົມ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃຫ້ແກ່ບັນດານັກຂັບຂີ່ທຸກພາກ ສ່ວນ ໂດຍການອະທິບາຍໃຫ້ເຂົາເຈົ້າໄດ້ຮັບຮູ້ກ່ຽວກັບຜົນຮ້າຍ ແລະ ການແພ່ລະບາດຂອງພະຍາດໂຄວິດ-19, ບັນດາມາດຕະການຕ່າງໆ, ການມີສ່ວນຮ່ວມ ແລະ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ທຸກພາກສ່ວນໃນການສະກັດກັ້ນ ແລະ ປ້ອງກັນເຊື້ອພະຍາດດັ່ງກ່າວ ບໍ່ໃຫ້ແພ່ຂະຫຍາຍເປັນວົງກວ້າງ, ຖ້າເຈົ້າໜ້າທີ່ພົບເຫັນກໍລະນີສົງໃສ່ກໍໄດ້ຂໍທິດຊີ້ນຳຈາກຂັ້ນເທິງ ກໍຄືຄະນະສະເພາະກິດຂັ້ນແຂວງ ແລະ ເມືອງ ແລ້ວມອບໃຫ້ເຂົາເຈົ້າສືບຕໍ່ດຳເນີນການກວດກາ ແລະ ກັກຕົວເກັບຕົວຢ່າງ.

ພັຕ ເພັງ ສຸວັນໄຊ ຍັງໄດ້ກ່າວໃຫ້ຮູ້ຕື່ມອີກວ່າ: ເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະ ປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້ຮັບໝາກຜົນດີ ຈຶ່ງຮຽກຮ້ອງໃຫ້ບັນດາພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າ-ຊາວຂາຍ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ຈົ່ງພ້ອມກັນໃຫ້ຄວາມຮ່ວມມື ກັບເຈົ້າໜ້າທີ່ໃນການຈັດຕັ້ງປະຕິບັດມາດຕະການ ແລະ ແຈ້ງການທີ່ທາງຄະນະສະກິດວ່າງອອກຢ່າງເຂັ້ມງວດ, ເອົາໃຈໃສ່ຕິດຕາມຂໍ້ມູນຂ່າວສານ ຈາກທາງສູນກາງ ແລະ ທ້ອງຖິ່ນເປັນປະຈຳ, ຫ້າມຊຸມເເຊວ, ພ້ອມກັນຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ, ໝັ່ນລ້າງມືດ້ວຍເຈວ ແລະ ຮັກສາຄວາມສະອາດບ່ອນທີ່ພັກອາໄສ .

ຮທ ທະວີສັກ