ກອງປະຊຸມສ່ອງແສງລາຍງານວຽກງານອົງການປົກຄອງແຂວງອຸດົມໄຊ ປະຈໍາເດືອນກັນຍາ ແລະ ກໍານົດທິດທາງແຜນການ ປະຈຳເດືອນຕຸລາ 2021 ໄດ້ຈັດຂຶ້ນໃນວັນທີ 30 ກັນຍານີ້ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງໆອຸດົມໄຊ, ມີການນຳແຂວງ, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານອັນພົ້ນເດັ່ນ, ບາງບັນຫາທີ່ຍັງເປັນຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທີ່ຍັງແກ້ໄຂບໍ່ທັນສຳເລັດ ລວມທັງທິດທາງແຜນການໃນເດືອນຕໍ່ໄປຂອງວຽກງານໃນແຕ່ລະຂະແໜງການ ໂດຍສະເພາະ ແມ່ນວຽກງານການຂຸດຄົ້ນລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ, ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນພາກເອກະຊົນ, ການບໍລິການຜ່ານປະຕູດຽວ, ການສົ່ງເສີມການປູກພືດລະດູແລ້ງ ແລະ ການສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າ, ວຽກງານການຈັດຕັ້ງປະຕິບັດໂຄງການຕ້ານໄພພິບັດພາຍໃນເທດສະພາບເມືອງໄຊ, ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ວຽກງານປະເມີນພະນັກງານ-ລັດຖະກອນ.

ຕອນທ້າຍ, ທ່ານ ບຸນຄົງ ຫຼ້າຈຽມພອນ ຍັງໄດ້ເໜັ້ນໜັກບາງບັນຫາທີ່ຍັງຄົງຄ້າງ ແມ່ນມອບໃຫ້ຂະແໜງການກ່ຽວຂ້ອງສົມທົບກັບທຸກພາກສ່ວນ ພ້ອມກັນສືບຕໍ່ແກ້ໄຂ ໂດຍແນ່ໃສ່ເຮັດໃຫ້ທິດທາງແຜນການທີ່ໄດ້ກຳນົດໄວ້ນັ້ນບັນລຸຕາມເປົ້າໝາຍ.