ໃນວັນທີ 29 ກັນຍາ 2021, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດຢູ່ເມືອງຄອບ, ເຊິ່ງໃຫ້ການຕ້ອນຮັບໂດຍ ທ່ານ ແພງຊ້ອຍ ແພງເມືອງ ເຈົ້າເມືອງໆຄອບ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ ແລະ ອໍານາດການປົກຄອງບ້ານ ຫ້ວຍເລົາເຂົ້າຮ່ວມ.

ທ່ານ ແພງຊ້ອຍ ແພງເມືອງ ກ່າວວ່າ: ໃນໄລຍະ 9 ເດືອນຕົ້ນປີ 2021 ຜ່ານມາ, ບັນດາພາກສ່ວນເສດຖະກິດ ແລະ ປະຊາຊົນໄດ້ປະກອບສ່ວນທຶນຮອນ, ແຮງງານເຂົ້າໃນການກໍ່ສ້າງພື້ນຖານໂຄ່ງລ່າງເປັນຕົ້ນແມ່ນທາງຮ່ອມບ້ານ, ຊົນລະປະທານ, ໂຮງຮຽນ, ນ້ຳລິນ ແລະ ອື່ນໆ ເຮັດໃຫ້ແຕ່ລະບ້ານມີໃບໜ້າໃໝ່ ແລະ ອຳນວຍຄວາມສະດວກໃຫ້ແກ່ການດຳລົງຊີວິດ, ການທໍາມາຫາກິນ ແລະ ຄ້າຂາຍໃຫ້ປະຊາຊົນໄດ້ເປັນຢ່າງດີ, ການຂະຫຍາຍຕາຂ່າຍໄຟຟ້າໄດ້ຮັບການເອົາໃຈໃສ່ຢ່າງຕໍ່ເນື່ອງ ເຮັດໃຫ້ມີຄອບຄົວຊົມໃຊ້ໄຟຟ້າຖາວອນກວມເອົາ 100%, ຕິດຕັ້ງກົງເຕີນ້ຳປະປາໃຫ້ປະຊາຊົນໄດ້ 78 ໜ່ວຍ, ສາມາດສົ່ງອອກຫີນຂົບໄດ້ 337.375 ໂຕນ ແລະ ແຮ່ຟູອໍລາຍໄດ້ 6.628 ໂຕນ, ມູນຄ່າສົ່ງອອກສິນຄ້າໄປຕ່າງປະເທດ 4,86 ລ້ານໂດລາສະຫະລັດ, ນຳເຂົ້າ 3,98 ລ້ານໂດລາສະຫະລັດ, ເກັບລາຍຮັບເຂົ້າງົບປະມານໄດ້ 1,3 ຕື້ກີບ ປະຕິບັດໄດ້ 72,9% ຂອງແຜນປີ, ປະຕິບັດລາຍຈ່າຍໄດ້ 1,19 ຕື້ກີບ, ໄດ້ຊຸກຍູ້ປະຊາຊົນຜະລິດກະສິກຳເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ. ປັດຈຸບັນ, ພວມເອົາໃຈໃສ່ບົວລະບັດຮັກສາພືດລະດູຝົນ, ເຊິ່ງປີນີ້ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ ເຊັ່ນ: ເນື້ອທີ່ຜະລິດເຂົ້າທັງໝົດ 2.733,71 ເຮັກຕາ, ສາລີ 1.091,19 ເຮັກຕາ ແລະ ໝາກເດືອຍ 5.969,20 ເຮັກຕາ.

ທ່ານເຈົ້າເມືອງຍັງໄດ້ກ່າວຕື່ມອີກວ່າ: ອີກ 3 ເດືອນທ້າຍປີນີ້ ຈະສືບຕໍ່ຮັກສາຄວາມມີສະຖຽນລະພາບທາງດ້ານການເມືອງ, ສ້າງໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາຊາຍແດນລະຫວ່າງຊາດທີ່ຢູ່ໃນຂອບເຂດຂອງເມືອງໃຫ້ມີຄວາມສະຫງົບ-ປອດໄພ, ສຸມໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໃນຫົວຂໍ້ຕ່າງໆໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງເມືອງ ແລະ ນຳພາຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ, ສືບຕໍ່ຂຸດຄົ້ນ ແລະ ລະດົມທຸກແຫຼ່ງທຶນເຂົ້າໃນການພັດທະນາຢ່າງຕັ້ງໜ້າ, ສືບຕໍ່ຊຸກຍູ້ປະຊາຊົນເກັບກູ້ພືດລະດູປີໃຫ້ສໍາເລັດ ແລະ ກະກຽມເຂົ້າສູ່ການຜະລິດພືດລະດູແລ້ງໃຫ້ເປັນຂະບວນກວ້າງຂວາງ.

ຂ່າບ-ພາບ: ອຸ່ນເຮືອນ ໂພທິລັກ