ພິທີດັ່ງກ່າວແມ່ນໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 2 ຕຸລາ 2021, ຢູ່ທີ່ເດີ່ນຂອງບໍລິສັດດັ່ງກ່າວ, ເຊິ່ງຕັ້ງຢູ່ທາງເຂົ້າຂົວມິດຕະພາບ 3 ( ຄຳມ່ວນ-ນະຄອນພະນົມ ) ເມືອງທ່າແຂກ ແຂວງຄຳມ່ວນໂດຍການ ເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫັວນ ເຈົ້າແຂວງໆຄຳມ່ວນ, ທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງໆຄຳມ່ວນ, ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອໄອດີຊີ ໂລຈິສຕິກ ຈຳກັດຜູ້ດຽວ, ມີທ່ານເຈົ້າເມືອງທ່າແຂກ, ຫົວໜ້າພະແນກການອ້ອມຂ້າງແຂວງ, ຫົວໜ້າດ່ານພາສີ, ບັນດານັກທຸລະກິດ ຈາກບໍລິສັດຕ່າງໆແຂກທີ່ຖືກເຊີນ ພ້ອມດ້ວຍພະນັກ ງານວິຊາການພາຍໃນບໍລິສັດດັ່ງກ່າວເຂົ້າຮ່ວມ.

ທ່ານ ພຶດສະພາ ພູມມະສັກ ປະທານ ບໍລິສັດ ເອໄອດີຊີ ໂລຈິສຕິກ ຈຳກັດຜູ້ດຽວໄດ້ໃຫ້ກຽດຂຶ້ນລາຍງານປະຫວັດຄວາມເປັນມາຂອງບໍລິສັດ ໂດຍສືບເນື່ອງມາຈາກ ( ບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດ ຜູ້ດຽວ ) ຜ່ານມາບໍລິສັດແມ່ນມີຜົນງານກໍ່ສ້າງຢູ່ຫຼາຍແຫຼ່ງໃນທົ່ວປະເທດເປັນຕົ້ນແມ່ນໂຄງການ ກໍ່ສ້າງທາງດ່ວນວຽງຈັນໝາຍເລກ 1, ໂຄງການກໍ່ສ້າງເທດສະບານແຂວງຜົ້ງສາລີ, ໂຄງການກໍ່ສ້າງເສັ້ນທາງທ່າປາງທອງ, ໂຄງການກໍ່ສ້າງ ປກຊ – ປກສ, ທຸລະກິດນໍ້າປະປາ, ອະສັງຫາລິມະຊັບ, ຂະແໜງພະລັງງານ, ຂະແໜງການຄ້າ, ກະສິກໍາ ແລະ ຂະແໜງບໍລິການບໍລິສັດໄດ້ເລັງເຫັນໂອກາດທາງທຸລະກິດໃນການຂົນສົ່ງ ເຊັ່ນ: ດ້ານຄົມມະນາຄົມໂດຍເຊື່ອມຕໍ່ກັບໂຄງການທີ່ລັດຖະບານໄດ້ຕັດສິນໃຈລົງທຶນ ໂດຍເຊື່ອມຕໍ່ກັບໂຄງການທາງລົດໄຟລາວ-ຈີນ ( ລົດໄຟຄວາມໄວສູງ ). ສະນັ້ນ, ເຫັນໄດ້ວ່າຖ້າປະເທດລາວມີທ່າແຮງທາງດ້ານການຜະລິດສິນຄ້າ, ເປັນບ່ອນເຊື່ອມໂຍງສິນຄ້າຈາກປະເທດເພື່ອນບ້ານສົ່ງໄປປະເທດອ້ອມຂ້າງ ແລະ ເອົາສິນຄ້າຈາກ ປະເທດອ້ອມຂ້າງໄປສູ່ ສ.ປ ຈີນ . ບໍລິສັດ ເອໄອດີຊີ ໂລຈິສຕິກ ຈໍາກັດ ຜູ້ດຽວໄດ້ເລີ້ມເຄື່ອນໄຫວຕັ້ງແຕ່ ເດືອນ 3 / 2021 , ໂດຍເລີ້ມຕົ້ນທີ່ແຂວງຈໍາປາສັກ ແລະ ແຂວງບໍລິຄໍາໄຊ, ເຊິ່ງຢູ່ແຂວງບໍລິຄໍາໄຊແມ່ນໄດ້ບໍລິ ການຂົນສົ່ງແຮ່ເຫຼັກ , ບໍລິສັດເຫັນໄດ້ວ່າແຂວງຄໍາມ່ວນເປັນແຂວງທີ່ມີກໍາລັງແຮງ ແລະ ເປັນທາງເຊື່ອມຈອດ ກັບປະເທດອ້ອມຂ້າງເປັນຕົ້ນແມ່ນປະເທດໄທ ແລະ ຫວຽດນາມ, ເຊິ່ງເປັນຈຸດທີ່ສໍາຄັນໃນການຂໍ້ຕໍ່ຍອດໄປສູ່ສະຖານນີລົດໄຟລາວ-ຈີນ, ດັ່ງນັ້ນ, ບໍລິສັດ ຈຶ່ງໄດ້ຕັດສິນໃຈມາຂະຫຍາຍທຸລະກິດຢູ່ແຂວງຄໍາມ່ວນ ເພີ່ມຕື່ມ ໃນນີ້ພວກເຮົາໄດ້ນໍາເອົາລົດຈໍານວນ 120 ຄັນມາຕຽມບໍລິການຄື:  ລົດເທັນເລີ້ຫາງລາກ 70 ຄັນ,  ລົດພວງ ແມ່ລູກຈໍານວນ 40 ຄັນ,  ລົດດ້າມ 10 ຄັນ . ການບໍລິການຂົນສົ່ງປັດຈຸບັນບໍລິສັດແມ່ນຮັບຂົນສົ່ງໃນທຸລະກິດຊື້-ຂາຍມັນຕົ້ນແຫ້ງ, ກຸ່ມລູກຄ້າຜະລິດແຮ່, ກຸ່ມລູກຄ້າກະສິກໍາເຊັ່ນ : ກ້ວຍ , ໝາກໄມ້ຕາມລະດູການ ແລະ ກຸ່ມລູກຄ້າຜູ້ຜະລິດ ແລະ ແປຮູບສິນຄ້າກະສິກໍາເຊັ່ນ: ນໍ້າຕານເປັນຕົ້ນ , ໂດຍຮູບແບບການຂົນສົ່ງຈະ ເປັນແບບຄວບຄຸມອຸນນະພູມຄວາມເຢັນ ແລະ ບໍ່ຄວບຄຸມອຸນນະພູມຄວາມເຢັນ , ຂຶ້ນກັບປະເພດສິນຄ້າ ໂດຍເນັ້ນການຂົນສົ່ງພາຍໃນປະເທດເປັນຫລັກ . ຕາມປະເພດສິນຄ້າຂອງແຕ່ລະແຂວງຜ່ານມາບໍລິສັດໄດ້ບໍລິ ການຂົນສົ່ງຢູ່ 4 ແຂວງຄື:  ແຂວງບໍລິຄໍາໄຊ ( ທ່າບົກ ) ຂົນສົ່ງປະເພດແຮ່ເຫລັກຕ່າງໆ. ແຂວງຈໍາປາສັກຂົນ ສົ່ງມັນຕົ້ນ, ແຂວງສາລະວັນຂົນສົ່ງກ້ວຍ ແລະ ແຂວງຄໍາມ່ວນຂົນສົ່ງປະເພດສິນຄ້າໃຊ້ສອຍຕ່າງໆເຊັ່ນ: ເສື້ອ ຜ້າ, ເຄື່ອງຫຼິ້ນຈາກຈີນ, ຜ້າແພ, ນໍ້າຢາປັບຜ້ານຸ່ມ . ນອກນັ້ນຍັງມີການຂົນສົ່ງປະເພດກະສິກໍາຄື: ໝາກຄ້ຽວ, ລໍາໄຍ , ໝາກໝີ້ , ທຸລຽນ , ມັງຄຸດ , ຫອມແດງ ແລະ ອື່ນໆ.ຈຸດເດັ່ນແມ່ນເປັນບໍລິສັດຂອງລາວ 100% ລົດທຸກຄັນແມ່ນສາມາດຕິດຕາມໄດ້ໂດຍນຳໃຊ້ລະບົບ GPS ແລະ ຈະກ້າວເຂົ້າສູ່ລະບົບ TMS ບໍລິສັດມີຄວາມໝັ້ນຄົງທາງດ້ານການເງິນ ຈຶ່ງພ້ອມລົງທຶນເພື່ອຕອບສະໜອງຄວາມຕ້ອງການທາງທຸລະກິດທີ່ເພີ້ມຂຶ້ນ ແລະແຜນການຕໍ່ໜ້າໃນປີ 2022 ບໍລິສັດກໍ່ມີແຜນຈັດຊື້ພາຫະນະເພີ່ມອີກໃຫ້ຄົບ 300 ຄັນ ແລະ ວາງ ເປົ້າຫມາຍໃນປີ 2023 ແມ່ນ 500 ຄັນ ,ໃນປີ 2024 ແມ່ນ 600 ຄັນ.

ທ່ານ ພຶດສະພາ ພູມມະສັກ ປະທານ ບໍລິສັດ ເອໄອດີຊີ ໂລຈິສຕິກ ຈຳກັດຜູ້ດຽວໄດ້ກ່າວຕື່ມວ່າ : ໃນຕໍ່ຫນ້າບໍລິສັດມີແຜນຈະຂະຫຍາຍການຂົນສົ່ງຕື່ມອີກຄື: ຂະຫຍາຍການຂົນສົ່ງພາຍໃນປະເທດໄປສູ່ການ ຂົນສົ່ງຂ້າມແດນ ( Cross Border ) ທີ່ເປັນທຸລະກິດກ່ຽວກັບການນໍາເຂົ້າ ແລະ ສົ່ງອອກ ,ຈະມີການລົງ ທຶນສ້າງບ່ອນພັກຕູ້ຄອນເທນເນີ້ທັງແບບແຫ້ງ ແລະ ແບບໃຫ້ຄວາມເຢັນທັງໃນ ແລະ ຕ່າງປະເທດ ,ໃນອະ ນາຄົດຈະເປັນສູນກາງການຂົນສົ່ງຄົບວົງຈອນ ( Logistics Hup ) ໂດຍການລົງທຶນເຮັດສາງກະຈາຍສິນ ຄ້າທັງພາຍໃນ ແລະ ຕ່າງປະເທດເພື່ອຕອບສະຫນອງຄວາມຕ້ອງການທາງທຸລະກິດລູກຄ້າທີ່ຕ້ອງການຄວາມ ວ່ອງໄວ ແລະ ປອດໄພ , ສ້າງສູນເກັບສິນຄ້າ ຫຼື ບ່ອນຄຽນຖ່າຍສິນຄ້າເພີ້ມຕື່ມສໍາລັບສິນຄ້າອື່ນໆທີ່ ICD ຫຼື Dry port ທີ່ມີຢູ່ແລ້ວບໍ່ສາມາດບໍລກການໄດ້ເປັນຕົ້ນແມ່ນສິນຄ້າກະສິກໍາທີ່ຕ້ອງການບ່ອນຄຽນຖ່າຍການຕັກ ຂຶ້ນຕັກລົງ ຫຼື ເປັນບ່ອນທີ່ຮັບຊື້ ສິນຄ້າຕັ້ງແຕ່ຕົ້ນທາງຫາປາຍທາງ.

ໃນໂອກາດເຂົ້າຮ່ວມພິທີຄັ້ງນີ້ທ່ານ ວັນໄຊ ພອງສະຫັວນ ເຈົ້າແຂວງໆຄຳມ່ວນກໍ່ໄດ້ໃຫ້ກຽດມີຄຳ ເຫັນພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງບໍລິສັດທີ່ເລັງເຫັນຄວາມສຳຄັນໃນວຽກງານ ຂົນສົ່ງຢູ່ແຂວງຄຳມ່ວນເຮັດໃຫ້ແຂວງມີໃບໜ້າໃໝ່ສ້າງ ແລະ ອຳນວຍຄວາມສະດວກສະບາຍໃນການຂົນສົ່ງ ພາຍໃນແລະຕ່າງປະເທດໃຫ້ພຽງພໍກັບຄວາມຕ້ອງການໃນການບໍລິການຂົນສົ່ງໃຫ້ຫຼາຍຂື້ນ . ທັງເປັນການປະ ກອບສ່ວນໃນການພັດທະນາເສດຖະກິດສັງຄົມຂອງແຂວງຄຳມ່ວນເຮົາ .ຈາກນັ້ນທ່ານເຈົ້າແຂວງໆຄຳມ່ວນກໍ່ ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 09 ບາດເພື່ອເປີດການບໍລິການຂົນສົ່ງຢ່າງເປັນທາງການພ້ອມທັງໃຫ້ກຽດຂື້ນຂັບ ລົດຂອງບໍລິສັດເພື່ອຄວາມເປັນສິລິມຸງຄຸນໃນໂອກາດນີ້ດ້ວຍ.