ທ່ານ ດຣ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ຕາງໜ້າກອງເລຂາ ຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ລາຍງານສະພາບການແຜ່ລະບາດຂອງພະຍາດດັ່ງກ່າວປະຈໍາວັນທີ 2 ຕຸລາ ວ່າ: ຈໍານວນຕົວຢ່າງ ທັງໝົດທີ່ກວດປະຈໍາວັນຢູ່ໂຮງໝໍແຂວງຄໍາມ່ວນມີ 163 ຕົວຢ່າງ, ເຊິ່ງໄດ້ກວດພົບຜູ້ຕິດເຊື້ອໃໝ່ 11 ຄົນ. ໃນນັ້ນ, ກໍລະນີຕິດເຊື້ອໃໝ່ໃນຊຸມຊົນມີ 11 ຄົນ ( ບໍ່ມີນໍາເຂົ້າ) . ກໍລະນີຕິດເຊື້ອຢູ່ຊຸມຊົນແມ່ນ ເກີດຂຶ້ນຢູ່ສະເພາະເມືອງທ່າແຂກເທົ່ານັ້ນເຊິ່ງມີ 10 ບ້ານຄື: ບ້ານສົມສະອາດ 1 ຄົນ , ບ້ານນາບົງ 1 ຄົນ ,  ບ້ານ ໜອງຫ່າງ 1 ຄົນ ( ແພດ ), ບ້ານນາໄກ່ເຂ່ຍ 1 ຄົນ, ບ້ານສັນຕິສຸກ 1 ຄົນ, ບ້ານນາກອກ 1 ຄົນ ( ພະນັກ ງານລາວຄາຍຢວນ ), ບ້ານສົມສະນຸກ 1 ຄົນ, ບ້ານຫ້ວຍນາງລີ້ 1 ຄົນ ( ແພດ ), ບ້ານດົງກະແສນ 1 ( ແພດ ) ແລະ ບ້ານຖໍ້າ 2 ຄົນ.  ສໍາລັບມື້ນີ້ຈໍານວນຜູ້ຕິດເຊື້ອໃນຊຸມຊົນຢູ່ເມືອງທ່າແຂກແມ່ນຫຼາຍກວ່າວານນີ້ 03 ຄົນ . ກໍລະນີຕິດເຊື້ອຢູ່ໂຮງງານເກືອກາລີລາວຄາຍຢວນເຊິ່ງນັບແຕ່ວັນທີ 23 ກັນຍາ 2021 ເຊິ່ງເປັນມື້ ເລີ້ມຕົ້ນ ຂອງການລະບາດຈົນເຖິງວັນທີ 29 ກັນຍາ 2021  ຢູ່ໂຮງງານລາວຄາຍຢວນມີຜູ້ຕິດເຊື້ອສະສົມລວມ 506 ຄົນ,ສ່ວນວັນທີ 30 ກັນຍາເຖິງວັນທີ 2 ຕຸລາ 2021 ແມ່ນບໍ່ມີການກວດພົບຜູ້ຕິດເຊື້ອຢູ່ພາຍໃນໂຮງງານດັ່ງກ່າວແຕ່ຢ່າງໃດ.

ສະເພາະບ້ານແດງໃນທົ່ວແຂວງຄໍາມ່ວນມື້ນີ້ມີທັງໝົດ 06 ເມືອງ,ກວມເອົາ 45 ບ້ານຄືເກົ່າ . ໃນນີ້ເມືອງ ທ່າແຂກເຊິ່ງເປັນເມືອງເທສະບານແຂວງຍັງມີຈໍານວນຜູ້ຕິດເຊື້ອລາຍວັນ ແລະ ສະສົມຫຼາຍກວ່າໝູ່ໃນຈໍາ ນວນບັນດາເມືອງ ໃນທົ່ວແຂວງຢູ່ເຖິງ 36 ບ້ານຄືເກົ່າ , ເມືອງເຊບັ້ງໄຟ , ເມືອງໜອງບົກ,  ເມືອງບົວລະພາ ແລະ  ເມືອງມະຫາໄຊມີເມືອງລະ02 ບ້ານຄືເກົ່າ,ສ່ວນເມືອງໄຊບົວທອງແມ່ນມີ 01 ບ້ານຄືເກົ່າ .

 ມາຮອດປັດຈຸບັນ, ທົ່ວແຂວງມີຈໍານວນຜູ້ຕິດເຊື້ອສະສົມ 2.537 ຄົນ , ປິ່ນປົວຫາຍດີສະສົມ 1.738 ຄົນ ແລະ ກໍາລັງປິ່ນປົວຢູ່ 826 ຄົນ ແລະ ເສຍຊີວິດສະສົມ 1 ຄົນ .

ສ່ວນພື້ນທີ່ສ່ຽງໃນການເຝົ້າລະວັງຕໍ່ການຕິດເຊື້ອປະກອບມີ: ຕະຫຼາດນາໂບ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທ່າແຂກ, ໂຮງງານຊ້າງຄໍາ, ຫ້ອງການຢູນິເທວໜ່ວຍບໍລິການຫຼັງຄັງ ເມືອງບົວລະພາ, ໂຮງ ງານເກືອກາລີລາວຄາຍຢວນ, ໂຮງຮຽນນາຍສິບ ແລະ ຄ້າຍທະຫານ 314 .

ສຳລັບການກວດຫາເຊື້ອຕາມຈຸດຕ່າງໆ ທີ່ຄະນະສະເພາະກິດໄດ້ກຳນົດມີຄື:

1. ຕຶກສຸກເສີນໂຮງໝໍແຂວງ: ເລີ່ມແຕ່ຕອນເຊົ້າແຕ່ເວລາ 9 :00 ໂມງ ຫາ 11 : 30 ໂມງ, ຕອນບ່າຍ 14:00 ໂມງ ຫາ 15:00 ໂມງ ທຸກໆວັນ (ແຕ່ວັນຈັນຫາວັນອາທິດ).

2. ໂຮງຮຽນມໍຕົ້ນຈອມທອງ: 8:00 ຫາ 11 : 30 ໂມງ.

ເພື່ອຮັບຮູ້ຂໍ້ມູນຂ່າວສານທີ່ຖຶກຕ້ອງເປັນທາງການ ສາມາດຕິດຕາມໄດ້ຈາກເຟສບຸກຂອງ ຄະນະສະ ເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງຄຳມ່ວນ ແລະ ສາມາດສອບຖາມ ໄດ້ທີ່ເບີສາຍດ່ວນໂທ 051 165 ແລະ 051 166.