ເຈົ້າໜ້າທີຕໍາຫຼວດພະແນກສືບສວນ – ສອບສວນ ປກສ ແຂວງຫຼວງນໍ້າທາ ໄດ້ມອບຊັບທີ່ຖືກຄົນຮ້າຍລັກໄປ ປະເພດລົດຈັກຈຳນວນ 3 ຄັນ; ໃນນີ້, ມີລົດຈັກເວບ 100 ສີແດງ-ດຳ ບໍ່ມີປ້າຍທະບຽນ 1 ຄັນ, ລົດຈັກ ຄິກ ສີຂາວ ບໍ່ມີປ້າຍທະບຽນ 1 ຄັນ ແລະ ລົດຈັກຮອນດາ ເວັບໄອ ສີແດງ-ດຳ ປ້າຍທະບຽນ ຈຈ 2977 ຈໍານວນ 1 ຄັນ ຄືນໃຫ້ເຈົ້າຂອງເດີມ ໃນວັນທີ 21 ກັນຍາ 2021 ມອບໂດຍ ພັຕ ຄຳມະນີ ລືໄຊ ຮອງຫົວໜ້າພະແນກສືບ ສວນ-ສອບສວນ ປກສ ແຂວງ ແລະ ຕາງໜ້າຮັບໂດຍ ທ່ານ ບຸນມີ ປະຊາຊົນ ບ້ານນໍ້າຂຸນ ເມືອງ ແລະ ແຂວງຫຼວງນໍ້າທາ.

ພັຕ ຄຳມະນີ ລືໄຊ ໃຫ້ຮູ້ຕື່ມອີກວ່າ: ລົດຈັກຈໍານວນ 3 ຄັນ ທີ່ທາງເຈົ້າໜ້າທີໄດ້ເກັບກູ້ຄືນຈາກຄົນຮ້າຍ ຈຳນວນ 2 ຄົນ ຊື່ ທ້າວ ສອງ ອາຍຸ 19 ປີ ວ່າງງານ ຢູ່ບ້ານ ແສນອ່ອນ  ແລະ  ທ້າວ ສິງແກ້ວ ອາຍຸ 18 ປີ ວ່າງງານ ຢູ່ບ້ານ ຫ້ວຍຕາ ທັງສອງຢູ່ ເມືອງສິງ ແຂວງຫຼວງນໍ້າທາ ​ເຊີ່ງ​ພວກ​ກ່ຽວ​ໄດ້​ຮ່ວ​ມມື​ກັນ​ລັກ​ຊີງ​ຊັບ​ໃນ​ຄັ້ງ​ວັນ​ທີ 10 ສິງຫາ 2021 ຢູ່​ຮ້ານອາຫານ ເຂດ​ບ້ານ ນາຫ້ອມ ​ເມືອງ ​ແລະ ​ແຂວງ​ຫຼວງ​ນໍ້າ​ທາ ແຕ່ຖືກເຈົ້າໜ້າທີຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີຈຶ່ງຢາກຮຽກຮ້ອງມາຍັງພໍ່ແມ່ ປະຊາຊົນ ພໍ່ຄ້າຊາວຂາຍທີ່ໃຊ້ລົດ ໂດຍສະເພາະແມ່ນລົດຈັກ ບໍ່ຄວນຈອດປະຊະຊາຍ, ຕ້ອງໃສ່ກຸນແຈ່ລັອກຄໍ, ລັອກຕີນລົດ ແລະ ຕິດຕັ້ງລະບົບກັນຂະໂມຍ ເພື່ອເປັນການປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີ ສວຍໂອກາດລັກໄປໄດ້ງາຍ ຄືກັບເຫດການທີ່ເກີດຂື້ນຜ່ານມາ.ຮຕ ພາວັນ  ສຸວັນນາ