ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ  ໄດ້ມອບພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງໃຫ້ເຈົ້າໜ້າທີພາສີແຂວງ ໃນວັນທີ 16 ກັນຍາ ທີ່ຜ່ານມາ,  ມອບໂດຍ ພັຕ ອານຸສອນ ໄຊດວງຕາ ຮອງຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສິງ, ຮັບໂດຍ ທ່ານ ຄຳສຸກ ໄຊຍະວົງ ຫົວໜ້າຂະແໜງການສືບສວນ-ສອບສວນ ແລະ ປາບປາມການລັກລອບພາສີ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັຕ ອານຸສອນ ໄຊດວງຕາ ໄດ້ໃຫ້ຮູ້ວ່າ: ພາຫະນະປະເພດລົດເກງສີຂາວຍີ່ຫໍ່ ເບນ ບໍ່ມີປ້າຍທະບຽນ ແມ່ນທາງເຈົ້າໜ້າທີຢຶດໄດ້ຈາກ ທ້າວ ແຈຊື ອາຍຸ 29 ປີ ເຮັດສ່ວນ ຢູ່ບ້ານບວກຄຸ ເມືອງສິງ ແຕ່ຕົ້ນເດືອນ ກໍລະກົດ ປີ 2021 ຢູ່ທີ່ບ້ານປ່າພຸກ ເມືອງສິງ; ເຊິ່ງຖືກລັກລອບນຳເຂົ້າມາຜ່ານ ເຂດຊາຍແດນ ລາວ-ຈີນ ຈຸດປະສົງຈະມາຂາຍຢູ່ ເມືອງສິງ. ແຕ່ຖືກເຈົ້າໜ້າທີກັກໄດ້ກ່ອນ; ພ້ອມທັງເຮັດບົດບັນທຶກສຶກສາອົບຮົມກ່າວເຕື່ອນ ແລະ ບໍ່ໃຫ້ຜູ້ກ່ຽວເຄື່ອນໄຫວກະທຳ ຜິດຕື່ມອີກ.

ດັ່ງນັ້ນ, ຈຶ່ງມອບພາຫະນະດັ່ງກ່າວທີ່ຢຶດໄດ້ ໃຫ້ເຈົ້າໜ້າທີພາສີ ຫຼື ຄະນະສະເພາະກິດຂັ້ນແຂວງ ສືບຕໍ່ດຳເນີນ ແລະ ແກ້ໄຂຕາມລະບຽບກົດໝາຍ.

ນັກຂ່າວ ປກສ ເມືອງສິງ   

ຮຕ ຫຼ້າ​ສອນ​ເພັດ ນາມ​ແສງ​ດາ