ຕົ້ນເດືອນສິງຫາ ທີ່ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງຫຼວງນ້ຳທາ ໄດ້ລົງສົມທົບ ກັບ ຫ້ອງການ ປກສ ກຸ່ມບ້ານຫຼັກຄຳ ແລະ ກຸ່ມບ້ານທົ່ງໄຈ້ ໄດ້ມ້າງຄະດີຢາເສບຕິດຢູ່ ບ້ານຫຼັກຄຳໃໝ່, ບ້ານດອນໄຊ ແລະ ບ້ານທົ່ງໄຈ້ເໜືອ ສາມາດກັກຜູ່ຖືກຫາໄດ້ 3 ຄົນ ຊື່: ນາງ ແມວ ອາຍຸ 22 ປີ ບ້ານທົ່ງໄຈ້ເໜືອ ເມືອງ ແລະ ແຂວງຫຼວງນ້ຳທາ ຖືກກັກຕົວຄັ້ງວັນທີ 4 ສິງຫາ 2021 ພ້ອມຂອງກາງຢາບ້າ ຈໍານວນ 71 ເມັດ, ນາງ ຫຼ້າ ອາຍຸ 28 ປີ ບ້ານດອນໄຊ ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ ຖືກກັກຕົວຄັ້ງວັນທີ 13 ສິງຫາ 2021 ພ້ອມຂອງກາງຢາບ້າ ຈຳນວນ 79 ເມັດ ແລະ ທ້າວ ເລັງຢາງ ອາຍຸ 48 ປີ ປະຊາຊົນ ບ້ານຜາປາດ ເມືອງຊຳເໜືອ ແຂວງຫົວພັນ ຖືກກັກຄັ້ງວັນທີ 13 ສິງຫາ 2021 ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈຳນວນ 5.083 ເມັດ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວ ເລັງຢາງ ຮັບສາລະພາບວ່າ: ຢາບ້າຈຳນວນ 5.083 ເມັດ ແມ່ນຂອງຜູ້ກ່ຽວແທ້ ໄດ້ພົວພັນຊື້ນຳ ທ້າວ ຕິກ ຢູ່ເຂດຊຽງລາວ ປະເທດມຽນມາ ຈຸດປະສົງຊື້ມາ ເພື່ອໄວ້ເສບ ແລະ ຂາຍຍ່ອຍໃຫ້ບັນດາກຸ່ມຜູ້ເສບພາຍໃນບ້ານ; ສ່ວນ ນາງ ຫຼ້າ ແລະ ນາງ ແມວ (ຜູ່ຖືກຫາທັງສອງ) ໄດ້ຮັບສາລະພາບວ່າ ຢາບ້າຈຳນວນ 150 ເມັດ ແມ່ນຂອງພວກກ່ຽວແທ້ ໄດ້ພົວພັນຊື້ນຳຄູ່ຮ່ວມຂະບວນການດຽວກັນ ຈຸດປະສົງຊື້ມາແມ່ນ ເພື່ອໄວ້ເສບ ແລະ ຂາຍຍ່ອຍ. ປັດຈຸບັນຄະດີທັງ 3 ເລື່ອງ ແມ່ນຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຂະຫຍາຍພົນຫາກຸ່ມແກ້ງທີ່ຮ່ວມຂະບວນດຽວກັນມາດຳເນີນຄະດີຕາມລະບຽບກົດໝາຍ.

ສອ ລໍຊະ ລໍວັນເມີນ (ນັກຂ່າວ ປກສ ເມືອງຫຼວງນ້ຳທາ)