ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງອຸດົມໄຊ ຈັດພະທີຝຶກອົບຮົມວຽກງານປ້ອງກັນອັກຄີໄພໃຫ້ພະນັກງານບໍລິສັດ ສະຕຣາໂທລະຄົມ ສາຂາແຂວງອຸດົມໄຊ ໃນວັນທີ 25 ກັນຍາ 2021 ນໍາພາໂດຍ ພັຕ ທອງສີ ພົມມະສິນ ຮອງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງອຸດົມໄຊ, ມີ ທ່ານ ວູ ຊວນ ຫວນ ຜູ້ອຳນວຍການບໍລິສັດສະຕຣາໂທລະຄົມ ສາຂາແຂວງອຸດົມໄຊ, ພ້ອມດ້ວຍພະນັກງານພາຍໃນບໍລິສັດດັ່ງກ່າວເຂົ້າຮ່ວມ 30 ກວ່າຄົນ.

ໃນພິທີຄະນະຮັບຜິດຊອບ ແລະ ວິຊາການໄດ້ພັດປ່ຽນກັນເຜີຍແຜ່ ແລະ ອະທິບາຍດ້ານທິດສະດີກ່ຽວກັບຄວາມໝາຍສຳຄັນຂອງວຽກວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ພ້ອມສາທິດວິທີການດັບມອດໄຟ ແລະ ການນຳໃຊ້ອຸປະກອນມອດໄຟຂັ້ນຕົ້ນເພື່ອເປັນຄວາມຮູ້ພື້ນຖານ ແລະ ມີຄວາມສຳນິສຳນານໃນການນຳໄປຈັດຕັ້ງປະຕິບັດຖືກວິທີ, ເປັນຕົ້ນການເອົາຕົວລົບໜີຈາກສະຖານທີເກີດອັກຄີໄພ,ວິທີຊ່ວຍເຫຼືອຜູ້ປະສົບໄພອອກຈາກສະຖານທີເກີດເຫດໃຫ້ມີຄວາມຮັບປະກັນ, ປອດໄພ, ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ຄວາມອັນຕະລາຍພ້ອມວິທີການແກ້ໄຂບັນຫາເວລາເກີດອັກຄີໄພ(ໄຟໄໝ້) ແລະ ຮູ້ໄດ້ສາເຫດຂອງການເກີດເຫດການເພື່ອຄວາມປອດໄພ,ທຸກຄົນຕ້ອງມີຄວາມຮັບຜິດຊອບ,ມີຄວາມຮັບຮູ້ເຂົ້າໃຈຕໍ່ຫຼັກການ, ວິທີການສະກັດກັ້ນ ແລະ ຕ້ານອັກຄີໄພ.

 ທັງນີ້, ກໍເປັນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງດ້ານສິ່ງແວດລ້ອມ, ສຸຂະພາບ, ຊີວິດ ແລະ ຊັບສິນ; ໃນຕອນທ້າຍ, ຍັງມີການແລກປ່ຽນຖອດຖອນບົດຮຽນ ແລະ ສາທິດວິທີການດັບມອດ ແລະ ນຳໃຊ້ອຸປະກອນຊ່ວຍມອດໄຟຕົວຈິ່ງ ໃຫ້ແກ່ບຸກຄະລາກອນໃນອົງການດັ່ງກ່າວຕື່ມອີກ.

ນັກຂ່າວ: ຮທ ສີພາວັນ