ທ່ານ ຢາງສິງໂຫຼງ (Yang Qing Rong) ປະທານບໍລິສັດອຸດສາຫະກຳ ຈົງຈູ່ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນຊ່ວຍເຫຼືອ ຈຳນວນ 50.000.000 ກີບ ໃຫ້ແຂວງຊຽງຂວາງ ເພື່ອນຳໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19.

ພິທີມອບມີຂຶ້ນ ໃນວັນທີ 6 ຕຸລາ 2021 ເຊິ່ງກ່າວຮັບໂດຍ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ແລະ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບໍລິສັດ ທີ່ໄດ້ປະກອບສ່ວນຊ່ວຍແຂວງຊຽງຂວາງ ໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ແລະ ຂໍໃຫ້ທຸກຄົນຮັກສາສຸຂະພາບ ພ້ອມທັງຜ່ານພົ້ນວິກິດຄັ້ງນີ້ໄປດ້ວຍດີ.

ທັງນີ້, ເງິນຈຳນວນດັ່ງກ່າວ ແມ່ນຈະນຳໄປໝູນໃຊ້ເຂົ້າໃນວຽກງານໂຄສະນາ, ປິ່ນປົວ, ສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ເຮັດໃຫ້ຈຳນວນຜູ້ຕິດເຊື້ອຫຼຸດໜ້ອຍຖອຍລົງ.