ໃນວັນທີ 6 ຕຸລາ 2021, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີປະຕິບັດນະໂຍບາຍໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງ ພັກການ-ຮັບອຸດໜູນບຳນານ, ເຊິ່ງເປັນປະທານໂດຍ ” ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ “ ພ້ອມທັງມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ປກສ 5 ເມືອງ ແລະ ນາຍຕຳຫຼວດທີ່ໄດ້ຮັບອຸດໜູນບຳນານ ເຂົ້າຮ່ວມ.

ໃນພິທີ ພັທ ສົມພົງ ຈັນທະພອນ ຫົວໜ້າພະແນກນະໂຍບາຍ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1805 ຫາ 1815/ປກສ, ລົງວັນທີ 30 ກັນຍາ 2021 ວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດພັກການ-ຮັບອຸດໜູນບຳນານ ເຊິ່ງໄດ້ຕົກລົງໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງອັດຕະປື ພັກການ-ຮັບອຸດໜູນບຳນານ ຈຳນວນທັງໝົດ 11 ສະຫາຍ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບຕະຫຼອດໄລຍະທີ່ຜ່ານມາ.

ພັອ ສີເວີນ ແກ້ວສີວົງສາ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບ ຕະຫຼອດໄລຍະທີ່ຜ່ານມາ ຂອງບັນດາສະຫາຍນາຍຕຳຫຼວດທີ່ໄດ້ຮັບອຸດໜູນບຳນານໃນຄັ້ງນີ້ ແລະ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ສືບຕໍ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ ກໍຄື ທ້ອງຖິ່ນທີ່ຕົນອາໃສຢູ່ ໃນການເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອພ້ອມກັນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີຂຶ້ນເທື່ອລະກ້າວ.