ອາທິດຜ່ານມາ, ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບຮອບດ້ານ ປະຈຳ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2021; ໂດຍການເປັນປະທານຂອງ ພັທ ສຸລິວົງ ສີລິມະໂນທຳ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ; ເຂົ້າຮ່ວມມີ ທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າ-ຮອງ ປກສ ບໍລິການປະຊາຊົນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສູນທອນ ພູມມາລີ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານປ້ອງກັນຄວາມສະຫົງບຮອບດ້ານ ປະຈຳ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍ ປີ 2021 ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດເປັນປົກກະຕິ; ຫັນເອົາແນວທາງ, ຄຳສັ່ງ ແລະ ນິຕິກຳຕ່າງໆຂອງຂັ້ນເທິງມາຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ, ກຳແໜ້ນສະພາບຮອບດ້ານທັງພາຍໃນ ແລະ ນອກຊາຍແດນ, ເຫດການຕ່າງໆທ່ວງທັນກັບສະພາບການ, ນໍາພາ-ຊີ້ນໍາແກ້ໄຂບັນຫາປະກົດການຫໍ້ຍທໍ້ທີ່ເກີດຂຶ້ນໃນສັງຄົມຫຼຸດນ້ອຍຖອຍລົງເທື່ອລະກ້າວ, ກຽມພ້ອມລະບອບປະຈໍາການສູ້ຮົບຕະຫຼອດ 24 ຊົ່ວໂມງ; ຮັບປະກັນຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນເມືອງປາກລາຍໄດ້ໂດຍພື້ນຖານ, ສະແດງອອກສະພາບອາສະຍາກຳທົ່ວໄປ ໃນ 9 ເດືອນຜ່ານມາ ເກີດຂຶ້ນທັງໝົດ 51 ລາຍ; ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນຫຼຸດລົງ 6 ລາຍ, ກັກຕົວຜູ້ຖືກຫາມາດຳເນີນຄະດີໄດ້ທັງໝົດ 69 ຄົນ ຍິງ 12 ຄົນ, ຜົນເສຍຫາຍ, ລົດຈັກ 4 ຄັນ,ໂທລະຊັບ 4 ໜ່ວຍ,ເຄື່ອງອຸປະໂພ-ບໍລິໂພກຈຳນວນໜຶ່ງລວມມູນຄ່າ 1.882.000 ກີບ, ຍຶດ ແລະ ເກັບກູ້ຂອງກາງຄືນໄດ້ເງິນບາດໄທ ຈຳນວນ 23.500 ບາດ, ລົດຈັກ 2 ຄັນປືນແກັບ 2 ກະບອກ, ຈັກສະຕິນ 1 ເຄື່ອງ, ໂທລະຊັບ 4 ໜ່ວຍ; ຕູ້ MP3ຈຳນວນ 3 ໜ່ວຍ, ແກ້ໄຂຄະດີຢາເສບຕິດທັງໝົດ 142 ລາຍ ກັກຕົວຜູ້ຖືກຫາມາດຳເນີນຄະດີໄດ້ທັງໝົດ 194 ຄົນ ຍິງ 10 ຄົນ.

ໃນນີ້: ຄ້າຂາຍຢາເສບຕິດ (ຢາບ້າ) ມີ 36 ລາຍມີ 38 ຄົນ ຍິງ 6 ຄົນ, ເສບ ແລະ ມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ (ຢາບ້າ) ມີ 90 ລາຍ, ມີ 139 ຄົນ ຍິງ 4 ຄົນ, ມາດຕະການຜູ້ອອກຢາເສບຕິດ ແລ້ວກັບຄືນມາເສບໃໝ່ມີ 14 ລາຍ 15 ຄົນ, ຍຶດຂອງກາງຢາບ້າ ຈຳນວນ 42.365 ເມັດ, ເງິນກີບ ຈຳນວນ 1.110.000 ກີບ, ເງິນບາດ ຈຳນວນ 600 ບາດ, ລົດໃຫ່ຍ 1 ຄັນ; ລົດຈັກ 19 ຄັນ, ໂທລະສັບ 46 ໜ່ວຍ, ຈັກສະຕິນ 3 ເຄື່ອງ, ໝໍ້ຊອດປາມີ 2 ໜ່ວຍ, ປືນແກັບ 11 ກະບອກ, ປືນແກັບດັດແປງ 2 ກະບອກ, ໝໍ້ໄຟ 1, ອຸບັດຕິເຫດເກີດຂຶ້ນ 30 ຄັ້ງ, ທຽບໃສ່ 9 ເດືອນຂອງປີຜ່ານມາແມ່ນຫຼຸດລົງ 10 ຄັ້ງ, ພາຫານະເປ່ເພທັງໝົດ 45 ຄັນ,ໃຊ້ການບໍ່ໄດ້ 1 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 42 ຄົນ ຍິງ 6 ຄົນ, ຄົນເສຍຊີວິດ 8 ຄົນ ຍິງ 5 ຄົນ; ສາເຫດທີ່ພາໃຫ້ເກີດອຸປະຕິເຫດຍ້ອນນັກຂັບຂີ່ບໍ່ປະຕິບັດຕາມກົດລະບຽບຈະລາຈອນ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດໄວ, ຄົນຍ່າງຂ້າມທາງບໍ່ລະມັດລະວັງ, ເຕັກນິກລົດບໍ່ໄດ້ມາດຖານ ແລະ ແຊງບໍ່ຮັບປະກັນ (ຈຶ່ງພາໃຫ້ເກີດອຸປະຕິເຫດ); ອັກຄີໄພ, ໄຟໄໝ້ເຮືອນປະຊາຊົນເກີດຂຶ້ນ 4 ຄັ້ງ, ຜົນເສຍຫາຍມູນຄ່າເປັນເງິນ ຈຳນວນ 104.155.000 ກີບ, ໄພພິບັດທຳມະຊາດເກີດຂຶ້ນ 3 ຄັ້ງ ຜົນເສຍຫາຍມູນຄ່າເປັນເງິນ ຈຳນວນ 16.420.000 ກີບ.

ນອກຈາກນີ້, ໃນກອງປະຊຸມຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງກອງບັນຊາການ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ບັນດາພະແນກໃນວຽກງານຮັກສາຄວາມສະຫົງບ; ຜ່ານຂໍ້ຕົກລົງວ່າດ້ວຍຄະນະຮັບຜິດຊອບແຈ້ງຊັບສິນ ແລະ ລາຍຮັບໃນກຳລັງປ້ອງກັນຄວາມສະຫງົບເມືອງ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບການແກ້ໄຂປະກົດການຫໍ້ຍທໍ້ຢູ່ໃນກຳລັງປ້ອງກັນຄວາມສະະຫງົບເມືອງ ແລະ ຜ່ານຂໍ້ຕົກລົງຂອງກົມໃຫ່ຍການເມືອງປ້ອງກັນຄວາມສະຫົງບ ແລະ ຂໍ້ຕົກລົງຂອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ; ກອງປະຊຸມໄດ້ພ້ອມກັນຕີລາຄາ, ການປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບຢ່າງກົງໄປກົງມາ ເພື່ອເປັນເອກະພາບກັນໃນການຈັດຕັ້ງປະຕິບັດແຜນການ 3 ເດືອນ ທ້າຍປີ 2021ໃຫ້ເກີດເປັນຮູບປະທຳຕົວຈິງ.