ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 6 ວັນປະຫວັດສາດຂອງຊາດ-ຂອງພັກ ຄື: ວັນປະກາດເອກະລາດ ຄົບຮອບ 76 ປີ (12 ຕຸລາ 1945); ວັນສ້າງຕັ້ງການທູດລາວ ຄົບຮອບ 76 ປີ (12 ຕຸລາ 1945-12 ຕຸລາ 2021); ວັນວິທະຍາສາດແຫ່ງຊາດ ຄົບຮອບ 34 ປີ (12 ຕຸລາ 1987-12​ ຕຸລາ 2021); ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 27 ປີ (7 ຕຸລາ 1994-7 ຕຸລາ 2021, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກຂອງ ສປປ ລາວ 17 ຕຸລາ 1987 ແລະ 17-24 ຕຸລາ 2003 ແລະ ວັນຊາດ ສປ ຈີນ ຄົບຮອບ 72 ປີ (1 ຕຸລາ 1949-1 ຕຸລາ 2021 ໃນວັນທີ 11 ຕຸລາ 2021 ຜ່ານມາ; ປາຖະກະຖາໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ເຊິ່ງທ່ານໄດ້ສັງລວມເອົາບັນດາເນື້ອໃນຂອງ 6 ວັນດັ່ງກ່າວໂດຍສັງເຂບ, ໂດຍໄດ້ລົງເລິກເຖິງປະຫວັດການຕໍ່ສູ້ເພື່ອຍາດເອົາເອກະລາດຂອງຊາດລາວໃນແຕ່ລະຍຸກ, ແຕ່ລະສະໄໝ ເປັນຕົ້ນແມ່ນຂະບວນການຕໍ່ຂອງເຈົ້າຟ້າປັດໃຈ, ອົງແກ້ວ, ອົງກົມມະດໍາ, ຂະບວນການຕໍ່ສູ້ຂອງນາຍຄູຄໍາ ແລະ ຂະວບນການຕໍ່ສູ້ຂອງບັນພະບູລຸດຫຼາຍໆທ່ານທີ່ມີຈິດໃຈຮັກຊາດໃນທົ່ວປະເທດ, ເພື່ອຍາດເອົາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວມຈົນເຖິງປັດຈຸບັນ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຍັງໄດ້ຮຽກຮ້ອງໃຫ້ການນໍາທຸກພາກສ່ວນຈົ່ງນໍາເອົາເນື້ອໃນຈິດໃຈ ແລະ ເອກະສານຄັ້ງນີ້ໄປເຜີຍແຜ່ໃຫ້ພະນັກງານພາຍໃນກົມກອງຂອງຕົນເອງໃຫ້ຖົ່ວເຖິງ, ສໍາລັບຜູ້ປະກອບການຊາວຈີນກໍເຊັ່ນດຽວກັນ ພ້ອມທັງລະດົມນັກທຸລະກິດຊາວຈີນໃຫ້ເຂົ້າມາລົງທຶນດ້ານກະສິກໍາຢູ່ແຂວງໄຊຍະບູລີ ໃຫ້ຫຼາຍຂຶ້ນຕື່ມ, ເຂົ້າຮ່ວມຮັບຟັງການປະຖະກະຖາຫວນຄືນມູນເຊື້ອຄັ້ງນີ້ມີ: ປະທານສະພາປະຊາຊົນແຂວງ, ມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີການນໍາຂອງເມືອງໄຊຍະບູລີ ແລະ ຜູ້ປະກອບການຊາວຈີນທີ່ດໍາລົງຊີວິດຢູ່ ແຂວງໄຊຍະບູລີ ເຂົ້າຮ່ວມ.