ໃນວັນທີ 13 ຕຸລາ 2021 ກະຊວງ ປກສ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 7; ເປັນປະທານໂດຍ ພັອ ອິນປົງ ຈັນທະວົງສາ ຫົວໜ້າຫ້ອງການຄວບຄຸມ ແລະ ປາບປາມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີຄະນະກຳມະການແຫ່ງຊາດ ເພື່ອຕ້ານຢາເສບຕິດ, ບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.        

ກອງປະຊຸມຄັ້ງນີ້, ບັນດາຄະນະກຳມະການແຫ່ງຊາດ ເພື່ອຕ້ານຢາເສບຕິດ ຈາກບັນດາປະເທດສະມາຊິກອາຊຽນ ຈະໄດ້ມີການພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການທົບທວນຄືນກາງສະໄໝຂອງແຜນວຽກອາຊຽນ ວ່າດ້ວຍປະຊາຄົມຄວາມໝັ່ນຄົງຕ້ານຢາເສບຕິດ ປີ 2016-2025, ລາຍງານຄວາມຄືບໜ້າການທົບທວນຄືນກາງສະໄໝ ການຈັດຕັ້ງປະຕິບັດແຜນການຮ່ວມມືອາຊຽນ ໃນການສະກັດກັ້ນຜະລິດ ແລະ ລັກລອບຄ້າ-ຂາຍຢາເສບຕິດ ໃນເຂດສາມຫຼ່ຽມຄໍາ ປີ 2020-2022; ລາຍງານບັນຫາຕ່າງທີ່ພົ້ນເດັ່ນ ຂອງຄະນະກໍາມະການຄວບຄຸມຢາເສບຕິດ, ລາຍງານການເຝົ້້າລະວັງຢາເສບຕີດອາຊຽນ ປະຈໍາປີ 2020, ລາຍງານໂດຍຫຍໍ້ກ່ຽວກັບການກະກຽມກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 7, ວັນເວລາ ແລະ ສະຖານທີ່ຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8; ພ້ອມທັງພິຈາລະນາ ແລະ ຮັບຮອງເອົາບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍບັນຫາຢາເສບຕິດ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 7.