ກອງບັນຊາການ ປກສ ເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດພິທີສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ (12 ຕຸລາ2001-12 ຕຸລາ 2021) ໃນວັນທີ 13 ຕຸລາ 2021; ເປັນປະທານໂດຍ ພັທ ສຸລີ ດວງພອນໄຊ ຫົວໜ້າກອງບັນຊາການ ປກສ ເມືອງຫຼາ, ເຂົ້າຮ່ວມມີ ທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງໆຫຼາ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ເຂົ້າຮ່ວມ.

ໃນພິທີ, ພັທ ສຸລີ ດວງພອນໄຊ ກ່າວເປີດພິທີ ວ່າ: ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ກໍຄືອົງການປົກຄອງທຸກຂັ້ນໃນທົ່ວເມືອງໄດ້ຖືເອົາວຽກງານສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນບູລິມະສິດໜຶ່ງທີ່ສໍາຄັນໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ໃນນັ້ນ, ໄດ້ຖືເອົາການສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຜົນຮ້າຍຂອງຢາເສບຕິດ, ລວມທັງແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດກ່ຽວກັບບັນຫາຢາເສບຕິດ, ທັງໄດ້ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ທົດແທນການປູກຝິ່ນ, ແຕ່ປະກົດການຫຍໍ້ທໍ້ດ້ານຢາເສບຕິດພາຍໃນເມືອງຍັງມີທ່າອ່ຽງເພີ່ມຂື້ນ ຍ້ອນທຸກພາກສ່ວນໃນສັງຄົມຍັງບໍ່ມີສ່ວນຮ່ວມໃນການຕ້ານ ແລະ ສະກັດກັ້ນໄດ້ດີເທົ່າທີ່ຄວນ; ເຊິ່ງສະແດງອອກ ໃນປີ 2021 ໃນນີ້, ເມື່ອງຫຼາ ມີຄະດີຢາເສບຕິດເກີດຂຶ້ນ 10 ລາຍ,  ຄະດີອາຍາທົ່ວໄປ 30 ລາຍ ແລະຄະດີເສບຢາເສບຕິດເມົາແລ້ວຄາດຕະກຳເມຍ 1 ຄັ້ງ, ກຳນົດເປົ້າໝາຍຄ້າ-ຂາຍຢາເສບຕິດທັງໝົດ 57 ຄົນ ຍິງ 1 ຄົນ, ເປົ້າໝາຍຊື້-ຂາຍ ລາຍໃຫຍ່ມີ 4 ຄົນ ຍິງ 1 ຄົນ, ເປົ້າໝາຍເສບຢາເສບຕິດທັງໝົດ 298 ຄົນ ຍິງ 8 ຄົນ; ໃນນັ້ນ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຫຼາສາມາດແກ້ໄຂເປົ້າໝາຍຄະດີຄ້າ-ຂາຍຢາເສບຕິດໄດ້ທັງໝົດ 10 ເລື່ອງ, ກັກຜູ້ຖືກຫາ 11 ຄົນ ຢຶດຂອງກາງປະເພດຕ່າງໆ ຄື: ຢາບ້າ 5.685 ເມັດ, ເຮໂຣອິນ 45 ກ້ອນນ້ອຍ ແລະ 3 ຫຼອດນ້ອຍ, ຢາປາຣາ 520 ເມັດ, ຢາປວດຫາຍ 49 ຊອງ; ບັ້ງເສບຢາເສບຕິດ ຈຳນວນ 8 ຊຸດ, ລົດຈັກ 2 ຄັນ, ໂທລະສັບ 12 ໜ່ວຍ; ປືນແກັບ ແລະ ປືນປະດິດ ລວມ 10 ກະບອກ, ໝື້ໝາກຟ້າ 3 ລອດ, ເງິນກີບ 8.085.000ກີບ ແລະ ແຫວນສີເຫຼືງຄາຍຄືຄຳ 2 ວົງ.