ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງຫ້ອງການຫຼັງໃໝ່ ຂຶ້ນໃນວັນທີ 11 ຕຸລາຜ່ານມາ, ມີ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າຄະນະຫ້ອງ, ກອງ, ຄ້າຍ, ລປພ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໂຄງການກໍ່ສ້າງຫ້ອງການຫຼັງໃໝ່ຂອງກອງບັນຊາການ ປກສ ແຂວງຫຼາງນໍ້າທາ ມີຄວາມສຳຄັນ ແລະ ຄວາມຈຳເປັນໃນການປັບປຸງພື້ນຖານໂຄງລາງ ໃນການເຮັດວຽກຂອງພະນັກງານ-ນັກຮົບ ໃຫ້ມີຄວາມສະດວກສະບາຍຂຶ້ນ, ເຊິ່ງໂຄງການດັ່ງກ່າວ ເປັນອາຄານ ລັກສະນະຮູບໂຕ U, ມີຂະໜາດ 43 x 73 ແມັດ, ສູງ 3 ຊັ້ນ, ໂຄງສ້າງເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່, ພື້ນປູດ້ວຍກະໂລ, ເພດານແຜນລຽບ ແລະ ຫຼັງຄາມຸງສີແພັກ. ປະກອບດ້ວຍ 17 ຫ້ອງນໍ້າ, ມີ 88 ຫ້ອງເຮັດວຽກ ແລະ ມີ 1 ຫ້ອງປະຊຸມ, ລວມມູນຄ່າໂຄງການກໍ່ສ້າງທັງໝົດ 39 ຕື້ 7 ຮ້ອຍລ້ານ ກີບ, ໂດຍແມ່ນທຶນຈາກງົບປະມານແຫ່ງລັດ 100%. ເຊິ່ງຮັບເໝົາກໍ່ສ້າງໂດຍ ບໍລິສັດ ຮວຍຍີນ ກໍ່ສ້າງ ຈໍາກັດ, ເລີ່ມລົງມືປັບປຸງພື້ນທີ່ມາແຕ່ວັນທີ 26 ກັນຍາ 2021 ແລະ ຄາດວ່າຈະໃຫ້ສໍາເລັດໃນ ເດືອນ ຕຸລາ 2023.