ວັນທີ 14 ຕຸລາ ນີ້, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ, ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມສູນວິໄຈຢາເສບຕິດ ປກສ ແຂວງອຸດົມໄຊ, ໂດຍມີ ພັທ ສີທັດ ສີຄໍາເຕີຍ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ພ້ອມຄະນະ ໃຫ້ການຕ້ອນຮັບ.

ໃນການຢ້ຽມຄັ້ງນີ້, ກໍເປັນການກວດພື້ນຖານວັດຖຸເຕັກນິກ ແລະ ການປະກອບອຸປະກອນວັດຖຸເຕັກນິກ ທີ່ໃຊ້ເຂົ້າໃນການວິເຄາະ,ວິໄຈ,ຈໍາແນກສິ່ງ ເສບຕິດວ່າເປັນສານເສບຕິດປະເພດໃດ, ເຊິ່ງເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ທີ່ໄດ້ກໍານົດໄວ້ ໃນພາກທີ 2. ກ່ຽວກັບເນື້ອໃນການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023.

ໃນນີ້,ໄດ້ກໍານົດການປັບປຸງພື້ນຖານໂຄງລ່າງ, ປະ ກອບບຸກຄະລາກອນ ແລະ ຢາ ໃຫ້ແກ່ສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດ ແລະ ສູນວິໄຈຢາເສບຕິດ ຢູ່ບັນດາແຂວງໃຫ້ມີຄວາມພຽງພໍ, ມີຄວາມຮັບ ປະກັນທາງດ້ານປະລິມານ ແລະ ຄຸນນະພາບສູງຂຶ້ນກວ່າເກົ່າ.

ສູນວິໄຈຢາເສບຕິດແຂວງອຸດົມໄຊ ມີອຸປະກອນເຕັກນິກທີ່ທັນສະໄໝ ເພື່ອໃຊ້ເຂົ້າໃນການວິເຄາະວິໄຈຕົວຢ່າງສານເສບຕິດ ແລະ ສາມາດກວດວິ ເຄາະ ໄດ້ປະມານ 150 ຕົວຢ່າງ ຕໍ່ຄັ້ງ.

ເຄື່ອງວິໄຈຫາສານເສບຕິດ

ປັດຈຸບັນ. ມີ 6 ແຂວງ ທີ່ໄດ້ນໍາຕົວຢ່າງ ມາກວດວິໄຈຫາສານເສບຕິດ ຢູ່ສູນວິໄຈຢາເສບຕິດ ປກສ ແຂວງອຸດົມໄຊ ຄື: ແຂວງຫົວພັນ, ແຂວງບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງຫຼວງພະບາງ.

ຂ່າວ-ພາບ: ຄຳໂຖ ວັນນະລາດ