ວັນທີ 15 ຕຸລາ ນີ້, ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ໃຫ້ ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ,ເປັນທານຮ່ວມໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ແລະ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ, ມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ, ກອງບັນຊາການ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງທັງສອງ ແຂວງເຂົ້າຮ່ວມ.

ໃນພິທີ, ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ກ່າວວ່າ: ບັນຫາຢາເສບຕິດ ແມ່ນໄດ້ກາຍເປັນບັນຫາໃຫຍ່ຂອງສາກົນ ແລະ ປະເທດເຮົາ ເຊິ່ງໄດ້ມີການຄ້າຂາຍ ແລະ ເສບຢາເສບຕິດ ປະເພດຕ່າງໆ ແລະ ໄດ້ສ້າງຄວາມເສຍຫາຍ ພ້ອມທັງສົ່ງຜົນກະທົບອັນໜັກໜ່ວງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ຊັບພະຍາກອນມະນຸດ.

ນອກນັ້ນ, ຍັງເປັນຕົ້ນເຫດ ທີ່ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ການກໍ່ອາຊະຍາກຳ ແລະ ບັນຫາອື່ນໆ. ຍ້ອນເຫັນໄດ້ແນວນັ້ນ, ພັກ ແລະ ລັດຖະ ບານ ຍາມໃດກໍຖືເອົາວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວຽກງານໜຶ່ງທີ່ສຳຄັນ. ມາຮອດປັດຈຸບັນ, ພັກແລະລັດຖະບານ ໄດ້ເພີ່ມທະວີ, ຍົກລະດັບວຽກງານດັ່ງກ່າວ ຂຶ້ນມາເປັນວາລະແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ຄະນະພັກ, ຄະນະນໍາທຸກຂັ້ນ, ທຸກພາກສ່ວນຂະແໜງການ ແຕ່ສູນກາງ ຮອດທ້ອງຖິ່ນ ລວມທັງທົ່ວປວງຊົນ ໄດ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ໃນໄລຍະ 2021-2023 ໃຫ້ສຳເລັດ ຫຼື ເວົ້າອີກຢ່າງໜຶ່ງກໍຄື ການປະກາດສົງຄາມກັບຢາເສບຕິດ.

ທ່ານເຈົ້າແຂວງອຸດົມໄຊ ຍັງໄດ້ສະເໜີ ໃຫ້ຜູ້ແທນກອງປະຊຸມ,ຈົ່ງພ້ອມກັນເຊື່ອມຊຶມ, ປະກອບຄຳຄິດເຫັນ ແລກປ່ຽນຄຳເຫັນຈະເຮັດແນວໃດ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດຄັ້ງນີ້ໃຫ້ມີປະສິດທິພາບ ໂດຍສະເພາະແມ່ນບັນດາວຽກຈຸດສຸມທີ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດແລະ ເວລາທີ່ກຳນົດໄວ້.

ໃນກອງປະຊຸມ, ຍັງໄດ້ຮັບຟັງການເຜີຍແຜ່ ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍເພີ່ມທະວີການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ມະຕິຂອງສະພາແຫ່ງຊາດ ເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023).

ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ກົດໝາຍ ວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍ ວ່າດ້ວຍຢາເສບຕິດ ເລກທີ 02/ສພຊ,ລົງວັນທີ 9 ສິງຫາ 2021; ຄຳສັ່ງເລກທີ 19/ນຍ, ລົງວັນທີ 4 ຕຸລາ 2021 ກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ).

ຂ່າວ-ພາບ: ຄຳໂຖ ວັນນະລາດ