ເພື່ອເປັນການສົມທົບທຶນຮອນປະກອບສ່ວນຊ່ວຍເຫຼືອເຂົ້າໃນວຽກງານ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ -19, ໃນອາທິດຜ່ານມາ, ຫ້ອງວ່າການແຂວງໄຊຍະບູລີ ໄດ້ລະດົມທຶນ ແລະ ອຸປະກອນປ້ອງກັນພະຍາດໂຄວິດ-19 ຈາກບັນດານັກທຸລະກິດ, ຜູ້ປະກອບການ ແລະ ບັນດາພະແນກການ-ກົມກອງອ້ອມຂ້າງແຂວງ ເພື່ອຈະນໍາເອົາໄປປະກອບສ່ວນຊ່ວຍແຂວງຫຼວງພະບາງ ໃນການຕອບໂຕ້ຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19.

ການລະດົມທຶນຄັ້ງນີ້, ໄດ້ມີບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ, ຫ້າງຮ້ານ ແລະ ບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ນໍາເອົາວັດຖຸປັດໃຈເປັນຕົ້ນແມ່ນ: ນ້ຳດື່ມ, ຜ້າປິດປາກ, ໜ້າກາກ, ເຈວລ້າງມື, ຊຸດປ້ອງກັນໂຄວິດ-19 ແລະ ເງິນສົດຈໍານວນໜຶ່ງ ມາມອບໃຫ້ແກ່ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງໄຊຍະບູລີ; ໂດຍມີທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ ພ້ອມຄະນະ, ເປັນຜູ້ຮັບ; ພ້ອມທັງກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທຸກພາກສ່ວນທີ່ໄດ້ສົມທົບທຶນຮອນ, ເຄື່ອງໃຊ້ຕ່າງໆເພື່ອຊ່ວຍແຂວງຫຼວງພະບາງໃນຄັ້ງນີ້, ເຊີ່ງເຄື່ອງດັ່ງກ່າວແມ່ນຈະໄດ້ນໍາໄປມອບຕໍ່ໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແຂວງຫຼວງພະບາງໃນໄວໆນີ້.