ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫົວພັນ ຄັ້ງທີ 5 ສະໄຫມທີ X ໄດ້ຈັດຂື້ນໃນວັນທີ 8 ຕຸລາຜ່ານມາ, ເປັນປະທານໂດຍ ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ; ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຜູ້ຕ່າງຫນ້າພະແນກການຂັ້ນແຂວງ ແລະ 10 ເມືອງທົ່ວແຂວງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການຄົ້ນຄ້ວາປະກອບຄໍາຄິດຄໍາເຫັນໃສ່ ບັນດາເນື້ອໃນເອກະສານທີ່ສໍາຄັນ ແລະ ສືບຕໍ່ນໍາພາ-ຊີ້ນໍາວຽກງານໃນ 3 ເດືອນທ້າຍປີ 2021 ຊື່ງຈໍາເປັນຕ້ອງໄດ້ສຸມໃສ່ ຄື: ພິຈາລະນາຮັບຮອງເອົາບັນດາເອກະສານຕ່າງໆ ທີ່ສໍາຄັນຂອງອົງຄະນະພັກ ແຂວງຫົວພັນ ເພື່ອນໍາໄປຊີ້ນໍາ-ນໍາພາຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ເປັນຕົ້ນແມ່ນສືບຕໍ່ນໍາພາ-ຊີ້ນໍາບັນດາວຽກງານທີ່ໄດ້ຮັບຮອງເອົາໃນມະຕິ 4 ສະໄຫມທີ X ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ; ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເເຜນ 5 ປີ (2021-2025) ສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດດີຂຶ້ນ, ອັດຕາຄວາມທຸກຍາກຂອງພົນລະເມືອງໃຫ້ລຸດລົງ, ສືບຕໍ່ຈັດຕັ້ງນໍາພາ-ຊີ້ນໍາວຽກງານ 3 ສ້າງ, ວຽກງານຮາກຖານການເມືອງໃຫ້ມີຄວາມເຂັ້ມແຂງຍິ່ງຂື້ນ.

ໃນກອງປະຊຸມ ສະຫາຍ ວັນໄຊ ແພງຊຸມມາ ໄດ້ຊີ້ນໍາໃຫ້ທຸກຂົງເຂດວຽກງານພ້ອມກັນປະຕິບັດໃຫ້ໄດ້ຕາມແຜນການທີ່ວາງໄວ້, ພ້ອມທັງເຝົ້າລະວັງ, ປ້ອງກັນ ແລະ ກັດກັ້ນພະຍາດໂຄວິດ-19 ໂດຍປະຕິບັດຕາມມາດຕະການຂອງສູນກາງ ແລະ ແຂວງ ວາງອອກໃຫ້ເຂັ້ມງວດ, ເຮັດໃຫ້ແຂວງຫົວພັນປອດເຊື້ອພະຍາດ ແລະ ເອົາໃຈໃສ່ຊອກຊອງທາງ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.