ວັນທີ 15 ຕຸລາ 2021, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ປະກາດການຈັດຕັ້ງຂັ້ນກົມ, ພະແນກ ທີ່ຂຶ້ນກັບ, ເປັນປະທານໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ; ມີຕ່າງໜ້າບັນດາກົມ-ກອງ, ພະແນກ, ໂຮງຮຽນທິດສະດີ, ສູນຕ້ອນຮັບ, ພະນັກງານ-ນົກຮົບທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ບຸນສີ ທໍາມະລັງສີ ຮອງຫົວໜ້າຫ້ອງການເມືອງ ຜ່ານຂໍ້ຕົກລົງ ວ່າດ້ວຍການໂຍກຍ້າຍ-ແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກົມໃຫຍ່ການເມືອງ ປກສ ວ່າ: ອີງຕາມກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງ ປກສ ແລະ ອິງຕາມໜັງສືສະເໜີຂອງກົມໃຫຍ່ການເມືອງ ປກສ ກ່ຽວກັບການຂໍອະນຸມັດແຕ່ງຕັ້ງນາຍຕໍາຫຼວດ; ດັ່ງນັ້ນ, ລັດຖະມົນຕີກະຊວງ ປກສ ຕົກລົງໂຍກຍ້າຍ-ແຕ່ງຕັ້ງ ພັອ ສີເພົ້າ ບຸນບາລິດ ຈາກຫ້ອງການກົມໃຫຍ່ການເມືອງ ປກສ ແລະ ພັທ ສີລິພົນ ອິນທະວົງ ຈາກກົມປ້ອງກັນກໍາລັງ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າອໍານວຍການໂຮງຮຽນທິດສະດີ ປກສ; ໂຍກຍ້າຍ-ແຕ່ງຕັ້ງ ພັທ ປອ ວຽງໄຊ ທໍາມະສິດ ຈາກກົມກໍ່ສ້ງກໍາລັງ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງ ປກສ; ໂຍກຍ້າຍ-ແຕ່ງຕັ້ງ ພັທ ຄໍາຫຼ້າ ອິນທະວົງ ຈາກຫ້ອງການກົມໃຫຍ່ການເມືອງ ປກສ ໄປຮັບໜ້າທີ່ໃໝ່ ເປັນເປັນຮອງຫົວໜ້າຫ້ອງກໍາມະບານ; ແຕ່ງຕັ້ງ ພັທ ວັນໄຊ ຈັນທະສຸກ ເປັນຮອງຫົວໜ້າກົມຈັດຕັ້ງພະນັກງານ; ແຕ່ງຕັ້ງ ພັທ ຕຸ້ຍວິໄລ ຄໍາພອນ ເປັນຮອງຫົວໜ້າກົມປ້ອງກັນກໍາລັງ, ແຕ່ງຕັ້ງ ພັທ ເຄນ ທິດາວົງ ເປັນຮອງຫົວໜ້າກົມນະໂຍບາຍ ແລະ ແຕ່ງຕັ້ງ ພັທ ພອນສະຫວັນ ພົມຫຼ້າວົງ ເປັນຮອງຫົວໜ້າສູນຕ້ອນຮັບ ແລະ ຝືກອົບຮົມວິຊາສະເພາະ.