ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ສາມາດມ້າງກຸ່ມແກ້ງຄ້າຂາຍຂາຍຢາເສບຕິດ, ໃນນັ້ນຈັບຕົວຜູ້ຖືກຫາມາດຳເນີຄະດີໄດ້ 3 ຄົນ ຊື່ ທ້າວ ຄອນສະຫວັນ ອາຍຸ 24 ປີ, ຢູ່ບ້ານສອນໄຊ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ທ້າວ ສັກດາ ອາຍຸ 18 ປີ, ຢູ່ບ້ານໄຜ່ ເມືອງຈຳພອນ ແຂວງສະຫວັນນະເຂດ ແລະ ທ້າວ ສູນທອນ ອາຍຸ 36 ປີ, ຢູ່ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລວມຂອງກາງຢາບ້າທັງໝົດ 36.051 ເມັດ.

+ ເຈົ້າໜ້າທີ່ວິຊາສະເພາະ ປກສ ນະຄອນໄກສອນພົມວິຫານ ໃຫ້ຮູ້ວ່າ:

ໃນວັນທີ 11 ຕຸລາ 2021, ໄດ້ຮັບການລາຍງານຈາກພາກສ່ວນກ່ຽວວ່າ ມີເຄື່ອງທີ່ສົ່ງໃສວ່າເປັນຢາເສບຕິດຝາກມາກັບລົດຂົນສົ່ງຂອງບໍລິສັດແຫ່ງໜຶ່ງ ແຕ່ ນະຄອນຫຼວງວຽງຈັນ ມາ ສາຂາສະຫວັນນະເຂດ ຂອບເຂດບ້ານລັດຕະນະລັງສີໃຕ້ ນະຄອນໄກສອນພົມວິຫານ, ເຈົ້າໜ້າທີ່ຈຶ່ງລົງກວດກາພິສູດແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິງແທ້ ແລະ  ຕົກມາຮອດເວລາ 15:00 ໂມງ ຈຶ່ງພົບເຫັນເປົ້າໝາຍສົງໃສ ຂີ່ລົດຈັກສີປອນ ປ້າຍທະບຽບ ຈຕ 4807 ສະຫວັນນະເຂດ ເຂົ້າມາຈອດຢູ່ໜ້າບໍລິສັດຂົນສົ່ງ ແລ້ວເຂົ້າມາຮັບເອົາເຄື່ອງຝາກດັ່ງກ່າວ, ຈຶ່ງໄດ້ສະແດງຕົວເຂົ້າຈັບກຸມ ແລ້ວກວດເບິ່ງກ່ອງເຄື່ອງຝາກ ພົບເຫັນເປັນຢາເສບຕິດ (ປະເພດຢາບ້າ) ຈຳນວນ 10 ຖົງ ເທົ່າກັບ 2.023 ເມັດ.

ເວລາຕໍ່ມາ, ໄດ້ນຳຕົວ ທ້າວ ຄອນສີະຫວັນ ອາຍຸ 24 ປີ, ຢູ່ບ້ານສອນໄຊ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເຂົ້າມາສືບສວນ ແລະ ຜູ້ກ່ຽວຍັງໃຫ້ການສາລະພາບວ່າ:

ຢາບ້າຈຳນວນດັ່ງກ່າວ ແມ່ນເປັນຂອງຕົນແທ້ ເຊິ່ງໄດ້ສັ່ງຊື້ມາຂາຍກິນກຳໄລ; ໃນຂະນະນັ້ນ, ເວລາ 17:00 ໂມງຂອງວັນດຽວກັນ ໄດ້ມີ ນາງ ສຸດໃຈ ໂທລະສັບຫາ ທ້າວ ຄອນສະຫວັນ ວ່າ: ມີລູກຄ້າຝາກເຄື່ອງ (ຢາບ້າ) ມາແຕ່ນະຄອນຫຼວງວຽງຈັນອີກ ໃຫ້ລູກຄ້າຢູ່ສະຫວັນນະເຂດ ເມື່ອເຄື່ອງມາຮອດແລ້ວໃຫ້ຜູ້ກ່ຽວໄປຮັບ ແລ້ວເອົາເຄື່ອງໄປສົ່ງໃຫ້ ທ້າວ ແອ ຄົນບ້ານໄຜ່ ເມືອງຈຳພອນ ແຂວງສະຫວັນນະເຂດ ຢູ່ຫຼັກ 35 ຈຶ່ງໄດ້ຕອບຕົກ  ແລະ ມື້ຕໍ່ມາ ເວລາປະມານ 16:00 ໂມງ ເຈົ້າໜ້າທີ່ກໍໄດ້ກັກຕົວ ທ້າວ ສູນທອນ ອາຍຸ 33 ປີ ຢູ່ບ້ານທ່າພະລານ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈຸດກັກຕົວແມ່ນຢູ່ເສັ້ນທາງເລກ 9 ຂອບເຂດບ້ານອຸດົມວີໄວ ນະຄອນໄກສອນພົມວິຫານ ເຊິ່ງເປັນຄົນຂັບລົດຂົນສົ່ງ ຍີ່ຫໍ່ອີສຸຊຸ ສີປອນ ເລກທະບຽນ ບຂ 9250 ກຳແພງນະຄອນ, ຜ່ານການກວດຄົ້ນລົດຄັນດັ່ງກ່າວ ແມ່ນພົບເຫັນຢາເສບຕິດ (ຢາບ້າ) ຈຳນວນ 5 ແພັກ ລວມທັງໝົດ 34.028 ເມັດ ທີ່ໃສ່ໄວ້ໃນແກັດນໍ້າດື່ມປະໄວ້ຢູ່ບ່ອນຂ້າງຄົນຂັບ.

ພາຍຫຼັງທີ່ເຈົ້າໜ້າທີ່ກັກຕົວ ທ້າວ ສູນທອນ ຈຶ່ງບອກໃຫ້ ທ້າວ ຄອນສະຫວັນ ໂທລະສັບຫາ ທ້າວ ແອ ໃຫ້ມາຮັບເອົາເຄື່ອງ (ຢາບ້າ) ຢູ່ທີ່ປໍ້ານໍ້າມັນຂອບເຂດບ້ານຫຼັກ 35 ເມືອງຈໍາພອນ; ຕົກມາຮອດເວລາ 19:00 ໂມງ ຂອງວັນດຽວກັນ, ທ້າວ ສັກດາ ໄດ້ອອກມາຮັບເອົາເຄື່ອງ (ຢາບ້າ) ເຊິ່ງ ທ້າວແອ ເປັນຄົນບອກມາຮັບ, ສ່ວນ ທ້າວ ແອ ເຈົ້າຂອງເຄື່ອງ (ຢາບ້າ) ແມ່ນໄຫວໂຕທັນເອົາຕົວຫຼົບໜີ.