ຊົມເຊີຍຂະບວນລົດໄຟລ້ານຊ້າງ ຄັ້ງທຳອິດ ລົດໄຟ EMU ຈາກ ສປ ຈີນ ມາເຖິງ ນະຄອນຫຼວງວຽງຈັນ ສປປ ລາວ ຖືເປັນໜຶ່ງໃນຄວາມພາກພູມໃຈຂອງຄົນລາວທຸກທົ່ວໜ້າ ແລະ ເປັນມື້ສຳຄັນມື້ງາມຍາມດີ ໃນວັນທີ 16 ຕຸລາ 2021 ນີ້, ທີ່ສະຖານີລົດໄຟ ນະຄອນຫຼວງວຽງຈັນ ຂອງໂຄງການລົດໄຟຟ້າ ລາວ-ຈີນ ຕັ້ງຢູ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫ່າງຈາກຖະໜົນ 450 ປີ ປະມານ 3 ກິໂລແມັດ ເຊິ່ງເປັນສະຖານນີລົດໄຟທີ່ໃຫຍ່ ແລະ ມີຄວາມສວຍງາມທີ່ສຸດ ແລະ ສາມາດຮອງຮັບຜູ້ໂດຍສານໄດ້ເຖິງ 2.500 ຄົນ, ເຊິ່ງຖືເປັນມື້ເລີກງາມຍາມດີທີ່ສອງປະເທດ ລາວ ແລະ ຈີນ ໄດ້ຈັດຕັ້ງພິທີມອບ-ຮັບການມາຮອດມາເຖິງຢ່າງເປັນທາງການຂອງ ລົດໄຟຂະບວນທຳອິດທີ່ມີຊື່ວ່າ: “ຂະບວນລ້ານຊ້າງ.

ຂະບວນລົດໄຟດັ່ງກ່າວ ນໍາໃຊ້ຫົວຈັກລົດໄຟຟ້າ ເປັນຂະບວນລົດໄຟຟ້າຊະນິດ EMU ເຊິ່ງປະກອບມີຫ້ອງຂັບ ແລະ ຫ້ອງເຄື່ອງຈັກມີຢູ່ 2 ສົ້ນ. ສາມາດຂັບໄປ ແລະ ກັບໄດ້ໃນຂະບວນດຽວ; ສ່ວນຕູ້ສໍາລັບບັນຈຸໂດຍສານມີທັງໝົດ 7 ຕູ້, ໃນນັ້ນມີຕູ້ສໍາລັບບ່ອນນັ່ງ VIP, ມີຕູ້ບ່ອນນັ່ງທໍາມະດາ ແລະ ຍັງມີຕູ້ທີ່ມີບ່ອນນັ່ງກິນເຂົ້າ ແລະ ບ່ອນນັ່ງຜູ້ໂດຍສານນໍາ.

ສ່ວນຕູ້ VIP ມີ 56 ບ່ອນນັ່ງ, ຕູ້ທໍາມະດາມີ 662 ບ່ອນນັ່ງ ລວມທັງຄົນຂັບແມ່ນ 720 ບ່ອນນັ່ງ, ລົດໄຟຂະບວນນີ້ມີຄວາມໄວແມ່ນ 160 ກິໂລ ແມັດຕໍ່ຊົ່ວໂມງ, ດ້ານການອອກແບບຮູບຊົງຂອງລົດໄຟ ແມ່ນຄະນະຊ່ຽວຊານໄດ້ອອກແບບດ້ວຍການນຳໃຊ້ສັນຍາລັກຂອງທຸງຊາດລາວ ທີ່ເປັນແຮງບັນດານໃຈໃນການອອກແບບ ປະກອບມີ 3 ສີ ຄື: ສີແດງ, ສິຟ້າ ແລະ ສີຂາວ; ເຊິ່ງສີແດງແມ່ນໝາຍເຖິງ ‘ເລືອດເນື້ອຂອງນັກຮົບປະຕິວັດລາວ’, ສີຟ້າໝາຍເຖິງ ‘ຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ’ ແລະ ສີຂາວໝາຍເຖິງ ‘ຄວາມສາມັກຄີຂອງຄົນລາວ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ’.

ຂະບວນລົດໄຟສາຍດ່ວນຂະບວນທຳອິດນີ້ ເອີ້ນວ່າ: ຂະບວນລ້ານຊ້າງ, ສ່ວນອີກຂະບວນລົດໄຟຟ້າສາຍດ່ວນ ທີ່ບໍລິສັດລົດໄຟລາວ-ຈີນ ມີແຜນຈະຈັດຊື້ໃໝ່ໃນຕໍ່ໜ້າອີກ 1 ຂະບວນນັ້ນ ມີຊື່ວ່າ: ຂະບວນແຄນລາວ; ຂະບວນລົດໄຟລາວ-ຈີນ ໄດ້ມາເຖິງລາວແລ້ວ ຄາດວ່າຈະເປິດຕົວໃນວັນທີ 2 ທັນວານີ້ ພ້ອມກັບການສະເຫຼີມສະຫຼອງວັນຊາດລາວ.

ພາບຂ່າວຈາກ: ໜັງສືພິມປະຊາຊົນ